ເດັກນ້ອຍເຂົ້າຮ່ວມ ການປະກອບຄຳເຫັນປັບປຸງກົດໝາຍວ່າ ດ້ວຍການປົກປ້ອງ, ເບິ່ງແຍງ ແລະ ສຶກສາອົບຮົມເດັກ

ເດັກນ້ອຍເຂົ້າຮ່ວມ ການປະກອບຄຳເຫັນປັບປຸງກົດໝາຍວ່າ ດ້ວຍການປົກປ້ອງ, ເບິ່ງແຍງ ແລະ ສຶກສາອົບຮົມເດັກ - ảnh 1
(ພາບປະກອບ)

(vovworld) - ​ເວທີ​ປາ​ໄສ​ເດັກ​ແຫ່ງ​ຊາດ​ປີ 2013 ດ້ວຍ​ຫົວ​ຂ້ໍ​ວ່າ “​ເດັກນ້ອຍ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​​ເຫັນປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເ​ບິ່ງ​ແຍງ ​ແລະ ສຶກສາອົບຮົມ​ເດັກ”. ​ເຊິ່ງດຳ​ເນີນ​ໄປ​ໃນລະ​ຫວ່າງ​ວັນ​ທີ 8 – 9/08 ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ.

        ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 01/08, ຜູ້ຕາງໜ້າ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ ທີ່​ເວທີ​ປາ​ໄສເດັກ​ແຫ່ງ​ຊາດ​ປີ 2013 ນີ້, ​ພວກ​ນ້ອງ​ຈະ​ປຶກສາ​ຫາລື, ສົ່ງ​ເສີມ​ກ່ຽວ​ກັບ​ການປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​​ເບິ່ງ​ແຍງ ​ແລະ ສຶກສາອົບຮົມເດັກ. ທ່ານ ຫງວຽນ​ຫາຍ​ຮິ້​ວ, ຫົວ​ໜ້າ​ກົມ​ປົກ​ປ້ອງ, ​ເບິ່ງ​ແຍງ​ເດັກ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ເວທີ​ປາ​ໄສ​ປີ​ນີ້​ແມ່ນບາດກ້າວ​ກະໂດດ​ຂັ້ນ. ບັນຫາ​ທີ່​ກ່ຽວຂ້ອງ​ເຖິງການ​ປັບປຸງ​ກົດໝາຍ​ແມ່ນ​ຍາກ, ຮຽກຮ້ອງ​ໃຫ້​ພວກ​ເດັກ​ຕ້ອງ​ມີ​ການສະຫຼຸບ​ໄດ້​ສະພາບ​ຕົວ​ຈິງ​ຂອງ​ເດັກ ​ເພື່ອ​ສະ​ເໜີ​ແນວ​ຄວາມ​ຄິດ​ກ່ຽວ​ຂ້ອງ​ເຖິງ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບຂອງ​ຄອບຄົວ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ. ຈາກ​ນັ້ນ​ຊ່ວຍ​ໃຫ້​ເດັກ​ມີ​​ແນວ​ຄວາມ​ຄິດ​ສັງ​ລວມກວ່າ ​ແລະ ​ເພື່ອ​ສັງ​ເກດ​ຕີ​ລາຄາໜ້າ​ທີ່ຄວາມ​ຮັບຜິດຊອບຂອງ​ພໍ​ແມ່, ປະຊາ​ຄົມ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ນັ້ນ​ຄື​ແນວ​ໃດ.”

        ​ເວທີ​ປາ​ໄສ​​​ເດັກແຫ່ງ​ຊາດ​ປີ​ນີ້, ມີ​ການ​ເຂົ້າ​ຮ່ວມ​ຂອງ​ເດັກ 180 ຄົນໃນ​​ເກ່ນອາຍຸ​ແຕ່ 10 – 16 ປີ ຊຶ່ງ​ມາ​ຈາກ 29 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.
ຂ່າວ/ບົດ​ອື່ນ