​ເດນ​ມາກ ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ຊາຍ​ແດນ​ພາຍຫຼັງ​ການ​ຈູດ​ເຜົາຄຳ​ພີ Koran ຄັ້ງ​ຕ່າງໆ

(VOVWORLD) - ກະຊວງຍຸຕິທຳ ເດນມາກ ໃຫ້ຮູ້ວ່າ ປະເທດນີ້ ໄດ້ຕໍ່ກຳນົດເວລາບັນດາມາດຕະການເພີ່ມທະວີການຄວບຄຸມຊາຍແດນ, ເຊິ່ງໄດ້ຈັດວາງພາຍຫຼັງການຈູດເຜົາຄຳພີ Koran ຄັ້ງຕ່າງໆທີ່ເກີດຂຶ້ນຫວ່າງມໍ່ໆມານີ້.
​ເດນ​ມາກ ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ຊາຍ​ແດນ​ພາຍຫຼັງ​ການ​ຈູດ​ເຜົາຄຳ​ພີ Koran  ຄັ້ງ​ຕ່າງໆ - ảnh 1ການແຫ່ຂະບວນປະທ້ວງຢູ່  Kufa, ອີຣັກ ໃນວັນທີ 21/7/2023, ຄັດຄ້ານການກະທຳຈູດເຜົາຄຳພີ  Koran ຢູ່ເດນມາກ (ພາບ: AFP/TTXVN)

ວັນທີ 9 ສິງຫາ,  ກະຊວງຍຸຕິທຳ ເດນມາກ ໃຫ້ຮູ້ວ່າ ປະເທດນີ້ ໄດ້ຕໍ່ກຳນົດເວລາບັນດາມາດຕະການເພີ່ມທະວີການຄວບຄຸມຊາຍແດນ, ເຊິ່ງໄດ້ຈັດວາງພາຍຫຼັງການຈູດເຜົາຄຳພີ Koran ຄັ້ງຕ່າງໆທີ່ເກີດຂຶ້ນຫວ່າງມໍ່ໆມານີ້.  ກະຊວງຍຸຕິທຳ ເດນມາກ ໄດ້ຄັດສະເໜີຄຳກ່າວເຕືອນຂອງອົງການຄວາມໝັ້ນຄົງ ແລະ ສືບລາຊະການລັບ (PET) ຂອງປະເທດນີ້ໂດຍຖືວ່າ ຕ້ອງຮັກສາຄວາມມານະພະຍາຍາມເພີ່ມທະວີການຄວບຄຸມຊາຍແດນໄວ້ຊົ່ວຄາວ. ເປັນອັນວ່າ ການກວດກາແບບສຸ່ມຢູ່ຊາຍແດນຕິດກັບ ຊູແອັດ ແລະ ເຢຍລະມັນ ຈະໄດ້ແກ່ຍາວຮອດວັນທີ 17 ສິງຫາ ຈະມາເຖິງ.

        ໃນຫຼາຍອາທິດມໍ່ໆມານີ້, ຫຼາຍການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ ເດນມາກ ແລະ ຊູແອັດ, ໃນນັ້ນ ຜູ້ແຫ່ຂະບວນປະທ້ວງໄດ້ຈູດເຜົາ ຫຼື ແຕະຕ້ອງເຖິງສະບັບສຳເນົາຂອງຄຳພີ Koran, ເຮັດໃຫ້ກໍ່ກະແສຄັດຄ້ານຢ່າງແຮງຢູ່ບັນດາປະເທດອິດສະລາມ ພ້ອມກັບຄຳຮຽກຮ້ອງໃຫ້ລັດຖະບານສອງປະເທດນີ້ ສະກັດກັ້ນການກະທຳລົບຫຼູູ່ຄຳພີ Koran. ລັດຖະບານ ເດນມາກ ແລະ ຊູແອັດ ກໍໄດ້ກ່າວປະນາມການກະທຳຈູດເຜົາຄຳພີ Koran ແລະ ຖະແຫຼງວ່າ ກຳລັງພິຈາລະນາກົດໝາຍສະບັບໃໝ່ ເພື່ອຢຸດຕິການກະທຳດັ່ງກ່າວ, ພ້ອມທັງຜັນຂະຫຍາຍບັນດາມາດຕະການເພີ່ມທະວີຄວາມໝັ້ນຄົງຢູ່ ຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ