ເດນມາກ ແລະ ຊູ​ແອັດ ຊອກ​ຫາ​ວິ​ທີ​ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳ​ລົບຫຼູ່​ຄຳ​ພີ Koran

(VOVWORLD) -   ວັນທີ 25 ສິງຫາ, ລັດຖະບານ ເດນມາກ ໃຫ້ຮູ້ວ່າ ຈະຍື່ນສະເໜີຮ່າງກົດໝາຍສະບັບໜຶ່ງຕໍ່ສະພາແຫ່ງຊາດປະເທດນີ້ ໃນນັ້ນ ໄດ້ກຳນົດການກະທຳຈູດເຜົາຄຳພີ Koran ຢູ່ສະຖານທີ່ສາທາລະນະແມ່ນການລະເມີດກົດໝາຍ.
ເດນມາກ ແລະ ຊູ​ແອັດ ຊອກ​ຫາ​ວິ​ທີ​ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳ​ລົບຫຼູ່​ຄຳ​ພີ Koran - ảnh 1ການແຫ່ຂະບວນປະທ້ວງຢູ່  Sadr City, ອີຣັກ ໃນວັນທີ 21/7/2023, ຄັດຄ້ານການກະທຳຈູດເຜົາຄຳພີ Koran ຢູ່ ເດນມາກ (ພາບ: AFP/TTXVN)

ໃນຂະນະນັ້ນ, ຊູແອັດ ໃຫ້ຮູ້ວ່າ ປະເທດນີ້ ກໍພວມຄົ້ນຄວ້າ, ຊອກຫາແບບວິທີເພື່ອຈັດວາງຂໍ້ກຳນົດຕ່າງໆສຳລັບການກະທຳລົບຫຼູ່ຄຳພີ Koran.

        ຫວ່າງມໍ່ໆມານີ້, ຢູ່ ເດນມາກ ກໍຄື ຊູແອັດ ໄດ້ເກີດມີຫຼາຍການກະທຳຈູດເຜົາຄຳພີ ຫຼື ແຕະຕ້ອງເຖິງຄຳພີ Koran, ອັນໄດ້ເຮັດໃຫ້ເກີດກະແສຕຳນິວິຈານຢ່າງຮຸນແຮງຈາກປະຊາຄົມຊາວມຸດສະລິມໃນທົ່ວໂລກ. ບັນດາປະເທດ ອິດສະລາມ ໄດ້ຮຽກຮ້ອງໃຫ້ສອງປະເທດດັ່ງກ່າວ ຕ້ອງມີມາດຕະການສະກັດກັ້ນບັນດາການກະທຳຫຍໍ້ທໍ້ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ