ເຕເຮຣານ ນາບຂູ່ໂຕ້ຕອບຄຳສັ່ງລົງໂທດຂອງ ອາເມລິກາ ສຳລັບລັດຖະມົນຕີກະຊວງຍຸຕິທຳ ອີຣານ

(VOVWORLD) - ການກະທຳເປັນປໍລະປັກຂອງອຳນາດການປົກຄອງ Trump ສຳລັບທ່ານ Larijani ໄດ້ເກີນການກຳນົດແດງ ກ່ຽວກັບການປະພຶດໃນປະຊາຄົມສາກົນ, ລະເມີດກົດໝາຍສາກົນ

ວັນທີ 13 ມັງກອນ, ອີຣານ ຖະແຫຼງວ່າ ປະເທດນີ້ຈະໂຕ້ຕອບຄຳສັ່ງລົງໂທດເຊິ່ງ ອາເມລິກາ ຈັດວາງສຳລັບລັດຖະມົນຕີຍຸຕິທຳ ອີຣານ ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ເພີ່ມທະວີຄວາມມານະພະຍາຍາມປັບປຸງຂໍ້ຕົກລົງນິວເຄຼຍລະຫວ່າງ ເຕເຮຣານ ກັບກຸ່ມບັນດາປະເທດມະຫາອຳນາດ P5+1. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຖະແຫຼງວ່າ: ການກະທຳເປັນປໍລະປັກຂອງອຳນາດການປົກຄອງ Trump ສຳລັບທ່ານ Larijani ໄດ້ເກີນການກຳນົດແດງ ກ່ຽວກັບການປະພຶດໃນປະຊາຄົມສາກົນ, ລະເມີດກົດໝາຍສາກົນ ແລະ “ແນ່ນອນຈະຖືກ ອີຣານ ໂຕ້ຕອບດ້ວຍມາດຕະການເໝາະສົມ”.

        ແລະກໍ່ໃນວັນດຽວກັນ, ຈີນ ໄດ້ຮຽກຮ້ອງທຸກໆຝ່າຍເຄົາລົບຂໍ້ຕົກລົງນິວເຄຼຍຂອງ ອີຣານ ທີ່ຍາກຈະບັນລຸໄດ້, ພາຍຫຼັງ ອາເມລິກາ ຕົກລົງຕໍ່ກຳນົດເວລາລົງໂທດສຳລັບ ເຕເຮຣານ.

        ວັນທີ 12 ມັງກອນ, ທ່ານປະທານາທິບໍດີ Trump ຖະແຫຼງຈະລົງນາມຄຳສັ່ງໂຈະການປະຕິບັດບັນດາມາດຕະການລົງໂທດແນໃສ່ໂຄງການນິວເຄຼຍຂອງ ອີຣານ ຄັ້ງສຸດທ້າຍ ເພື່ອໃຫ້ ອາເມລິກາ ພ້ອມກັບບັນດາພັນທະມິດ ເອີລົບ ມີໂອກາດ “ປົວແປງບັນດາຂໍ້ຜິດພາດ” ໃນຂໍ້ຕົກລົງນິວເຄຼຍປີ 2015. ວໍຊິງຕັນ ກໍ່ປະກາດບັນດາມາດຕະການລົງໂທດສຳລັບ 14 ອົງກອນ ແລະ ບຸກຄົນ, ເຊິ່ງລວມມີການນຳຂະແໜງຍຸຕິທຳ ອີຣານ, ທ່ານ Ayatollah Sadeq Larijani.

ຕອບກັບ

ຂ່າວ/ບົດ​ອື່ນ