ເທື່ອທຽນ - ເຫ້ວ:ເລີ່ມລົງມືໂຄງການລ້າງທາດພິດເຂດດິນຖືກຜົນສະທ້ອນຈາກດີໂອຊີນ ຢູ່ ສະຫນາມບິນ ອາຊໍ

(VOVWORLD) -ໂຄງການ “ລ້າງທາດພິດຢູ່ເຂດດິນຖືກຜົນສະທ້ອນຈາກ ດີໂອຊີນ ຢູ່ສະຫນາມບິນ ອາຊໍ”ຄາດວ່າໄດ້ຮັບການປະຕິບັດໃນໄລຍະ2 ປີ.

ເທື່ອທຽນ - ເຫ້ວ:ເລີ່ມລົງມືໂຄງການລ້າງທາດພິດເຂດດິນຖືກຜົນສະທ້ອນຈາກດີໂອຊີນ ຢູ່ ສະຫນາມບິນ ອາຊໍ - ảnh 1ພິທີເລີ່ມລົງມືໂຄງການລ້າງທາດພິດເຂດດິນຖືກຜົນສະທ້ອນຈາກດີໂອຊີນ

ພາບ:TTXVN

ຕອນເຊົ້າວັນທີ 2 ຕຸລາ ຢູ່ ເມືອງ ອາເລືອຍ ແຂວງເທື່ອທຽນ-ເຫ້ວ, ກອງບັນຊາການເຄມີສາດ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເລີ່ມລົງມືໂຄງການລ້າງທາດພິດເຂດດິນຖືກຜົນສະທ້ອນຈາກດີໂອຊີນ ຢູ່ ສະຫນາມບິນ ອາຊໍ. ໃນສະໄຫມສົງຄາມ ກອງທັບອາເມລິກາໄດ້ນຳໃຊ້ຮ່ອມພູ ອາຊໍ ຢູ່ເມືອງອາເລືອຍ ເປັນເດີນບິນກາງສະຫນາມ ແລະນີ້ກໍ່ແມ່ນສາງບັນຈຸທາດເຄມີ, ແມ່ນ ບ່ອນສົ່ງຕໍ່ທາດເຄມີ ເພື່ອໃຫ້ກອງທັບອາເມລິກາ ໄປຫວ່ານທາດເຄມີລົງໃສ່ ພາກກາງຫວຽດນາມ. ປະຈຸບັນທົ່ວແຂວງ ມີຜູ້ຕິດທາດພິດສີສົ້ມ ດີໂອຊີນເກືອບ 16.000 ຄົນ, ໃນນັ້ນສະເພາະເມືອງອາເລືອຍ ແມ່ນ ປະມານ 5.000 ຄົນ. ເດືອນ ມີນາປີ 2020, ກະຊວງປ້ອງກັນປະເທດຫວຽດນາມໄດ້ມີຂໍ້ຕົກລົງອະນຸມັດຜ່ານໂຄງການ “ລ້າງທາດພິດຢູ່ເຂດດິນຖືກຜົນສະທ້ອນຈາກ ດີໂອຊີນ ຢູ່ສະຫນາມບິນ ອາຊໍ” ແລະມອບໃຫ້ກອງບັນຊາການເຄມີສາດ ເປັນຫົວຫນ່ວຍຮັບຜິດຊອບການປະຕິບັດໂຄງການ. ໂຄງການດັ່ງກ່າວ ຄາດວ່າໄດ້ຮັບການປະຕິບັດໃນໄລຍະ2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ