ເບິ່ງແຍງດູຜູ້ປະສົບກັບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າໃນໂອກາດບຸນເຕັດປີຂານ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ແຂວງ ຫາຍເຢືອງ ສືບຕໍ່ກວດກາເພື່ອເບິ່ງແຍງດູແລໃຫ້ຄອບຄົວປະສົບກັບຄວາມຫຍຸ້ງຍາກ,ໂດຍສະເພາະແມ່ນໃນໂອກາດບຸນເຕັດປີຂານ ຢ່າງທັນການ.
ເບິ່ງແຍງດູຜູ້ປະສົບກັບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າໃນໂອກາດບຸນເຕັດປີຂານ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ມອບຂອງຂວັນບຸນເຕັດ
(ພາບ: TTXVN)

ວັນທີ 25 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດຈຳນວນ 550 ພູດ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະຊາຊົນ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຢູ່ແຂວງ ຫາຍເຢືອງ. ຕີລາຄາສູງໝາກຜົນການເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຄອບຄົວເປົ້າໝາຍນະໂຍບາຍ, ວຽກງານຮັບປະກັນຊີວິດສັງຄົມເຊິ່ງແຂວງ ຫາຍເຢືອງ ເຮັດໄດ້ໃນປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ແຂວງ ຫາຍເຢືອງ ສືບຕໍ່ກວດກາເພື່ອເບິ່ງແຍງດູແລໃຫ້ຄອບຄົວປະສົບກັບຄວາມຫຍຸ້ງຍາກ,ໂດຍສະເພາະແມ່ນໃນໂອກາດບຸນເຕັດປີຂານ ຢ່າງທັນການ.

        ໃນວັນດຽວກັນ, ຢູ່ແຂວງ ບິ່ງເຟືອກ, ໃນບໍລິເວນ 2 ເມືອງຊາຍແດນ ບູຢາເມິບ ແລະ ບູໂດຍ, ມີຄອບຄົວທຸກຍາກ, ປະຊາຊົນບັນດາເຜົ່າສ່ວນໜ້ອຍນັບພັນຄອບຄົວໄດ້ຕ້ອນຮັບບຸນເຕັດປີຂານກ່ອນເວລາ ໃນລາຍການ “ບຸນເຕັດເບີກບານມ່ວນຊື່ນ”.

        ຢູ່ແຂວງ ກອນຕູມ, ອຳນາດການປົກຄອງເມືອງ ຕູເມີຣົງ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນໂສມ ງອກລິງ ກອນຕູມ ຈັດການມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍຢູ່ 6 ຕາແສງ.

ຕອບກັບ

ຂ່າວ/ບົດ​ອື່ນ