ເປີດກ້ວາງຮູບແບບການກວດແລະ ປິ່ນປົວພະຍາດທາງໄກ

(VOVWORLD) -ຕອນບ່າຍວັນທີ 7/11, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ສະພາແຫ່ງຊາດໄດ້ດຳເນີນການຊັກຖາມບັນດາລັດຖະມົນຕີບັນດາ ກະຊວງໃນກຸ່ມຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ; ການສຶກສາ ແລະ ກໍສ້າງ; ວັດທະນະທໍາ, ກິລາແລະການທ່ອງທ່ຽວ; ສາທາລະນະສຸກ; ແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ; ຖະແຫຼງຂ່າວ ແລະ ການສື່ສານ.
ເປີດກ້ວາງຮູບແບບການກວດແລະ ປິ່ນປົວພະຍາດທາງໄກ - ảnh 1ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງຕອບຄຳຊັກຖາມ

     ກ່ຽວກັບການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງຂະແໜງສາທາລະນະສຸກ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ດ່າວຮົ່ງລານ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກໄດ້ມີບັນດາຂໍ້ຕົກລົງກ່ຽວກັບການອະນຸມັດໂຄງການກວດ ແລະ ປິ່ນປົວພະຍາດທາງໄກໄລຍະ 2020-2025 ແລະ ແຜນການຊຸກຍູ້ພັດທະນາການນຳໃຊ້ການແພດດິຈິຕອນ ເພື່ອຫັນເປັນ ດິຈິຕອນເຖິງປີ 2025.ໄລຍະທີ່ຜ່ານມາ, ກະຊວງສາທາລະນະສຸກໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ພວມນຳໃຊ້ ທົດລອງການກວດແລະ ປິ່ນປົວ ພະຍາດທາງໄກ, ໃນເບື້ອງຕົ້ນໄດ້ນໍາມາເຊິ່ງ ປະສິດທິຜົນ.

       ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການສົ່ງຊາວໜຸ່ມບັນດາເຜົ່າສ່ວນໜ້ອຍໄປເຮັດວຽກຢູ່ຕ່າງປະເທດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໃຫ້ຮູ້ວ່າ: ນີ້ແມ່ນແຜນນະໂຍບາຍໃຫຍ່ຂອງລັດຖະບານໃນແຜນສັງລວມສົ່ງຄົນງານໄປເຮັດວຽກຢູ່ຕ່າງປະເທດ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ກ່າວວ່າ :

       “ລັດຖະບານມີແຜນການສະເພາະສໍາລັບປະຊາຊົນບັນດາເຜົ່າສ່ວນຫນ້ອຍ. ຊາວໜຸ່ມທຸກຄົນຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະບັນດາເມືອງທີ່ປະສົບກັບຄວາມຫຍຸ້ງຍາກ ລ້ວນແຕ່ໄດ້ຮັບທຸກລະບອບ ແລະ ນະໂຍບາຍໂດຍບໍ່ເສຍຄ່າ, ນັບທັງການສຶກສາ, ບຳລຸງສ້າງ, ຮຽນພາສາຕ່າງປະເທດ. ພ້ອມກັນນັ້ນ, ພວກຂ້າພະເຈົ້າມີການ ຕິດຕາມ ແລະ ໜູນຊ່ວຍເປົ້າໝາຍນີ້. ຫວຽດນາມ ກໍ່ໄດ້ລົງນາມກັບຍີ່ປຸ່ນ ກ່ຽວກັບໂຄງການຍົກເວັ້ນການເສຍຄ່າສຳລັບໂຄງການບໍ່ສະແຫວງຫາຜົນກຳໄລຕໍ່ຊາວໜຸ່ມບັນດາເຜົ່າສ່ວນໜ້ອຍ.

   ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລິວກວາງ, ທ່ານ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຮີ່ງແທ່ງດາດ... ກໍ່ໄດ້ຕອບຄຳຊັກຖາມ ແລະ ອະພິປາຍບັນດາບັນຫາທີ່ບັນດາ ສ.ສ. ຊ ຍົກອອກມາ. 

ຕອບກັບ

ຂ່າວ/ບົດ​ອື່ນ