ເປີດກວ້າງແລະສ້າງການພົວພັນຮ່ວມມືຢ່າງຍາວນານກັບອົງການ JICA

(VOVWORLD) -ວັນທີ 14 ມິຖຸນາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນເກີນເທີ ເຈືອງຮ່ວາຍນາມ, ພ້ອມກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງໄດ້ມີການເຮັດວຽກກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ກ່ຽວກັບເລື່ອງຮັບຜູ້ອາສາສະໝັກຂອງໂຄງການອາສາສະໝັກ JICA ຫວຽດນາມ ມາປະຕິບັດວຽກງານຢູ່ເກີນເທີ ໃນປີ 2017.

ທ່ານນາງ Minagawa Mamiko, ທີ່ປຶກສາຂັ້ນສູງໂຄງການອາສາສະໝັກຮ່ວມມືຕ່າງແດນຍີ່ປຸ່ນ (JOCV) ຂອງ JICA ໃຫ້ຮູ້ວ່າ: ນອກຈາກນັກອາສາສະໝັກຍີ່ປຸ່ນ ທີ່ໄດ້ສົ່ງມາຫວຽດນາມ ເພື່ອໜູນຊ່ວຍໃນບັນດາຂົງເຂດຄື: ສາທາລະນະສຸກ, ການສຶກສາ, ກະສິກຳ… ແລ້ວ, JICA ປາດຖະໜາວ່າ ໃນໄລຍະຈະມາເຖິງຈະມີການສົມທົບກັບນະຄອນເກີນເທີ ຢ່າງແໜ້ນແຟ້ນກວ່າ ເພື່ອສົ່ງນັກອາສາສະໝັກຢູ່ບາງຂົງເຂດໃໝ່ຄືຄຸ້ມຄອງດຳເນີນທຸລະກິດ ແລະ ເຕັກໂນໂລຊີມາໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວສົ່ງເສີມການລົງທຶນຈາກຍີ່ປຸ່ນ ເຂົ້າເກີນເທີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ