ເປີດກ້ວາງໂຄງການ ACP ຢູ່ບັນດາແຂວງເຂດທ່ົງພຽງແມ່ນ້ຳຂອງ

ເປີດກ້ວາງໂຄງການ ACP ຢູ່ບັນດາແຂວງເຂດທ່ົງພຽງແມ່ນ້ຳຂອງ - ảnh 1
ໂຄງການ ACP: ໝາຍເຖິງໂຄງການ​ແກ່ງ​ແຍ້​ງດ້ານ​ກະສິກຳ
(ພາບປະກອບ)

(vovworld) – ​ຫ້ອງ​ວ່າການ​ລັດຖະບານ​ຫາ​ກໍ ມີ​ເອກະສານ​​ແຈ້ງ​ຄຳ​​ເຫັນຊີ້ນ​ຳຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai, ຕົກລົງ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​ເພີ່ມ​ເຕີມ, ​ສ້າງໂຄງ​ປະກອບ​ແຫຼ່ງທຶນ​ຄືນ​ໃໝ່, ​ເປີດ​ກ້ວາງ​ໂຄງການ​ແກ່ງ​ແຍ້​ງດ້ານ​ກະສິກຳ (ຫຼື ACP) ​ໂດຍ​ທະນາຄານ​ໂລກ​ອຸປະຖຳ ຢູ່​ບັນດາ​ແຂວງ​ໃນ​ເຂດ​ທ່ົງ​ພຽງ​ແມ່​ນ້ຳຂອງ ຕາມ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ກະສິກຳ ​ແລະ ພັດ​ທະນາ​ຊົນນະບົດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ມອບ​ໝາຍ​ໃຫ້​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ດຳ​ເນີ​ນບັນດາລະບຽບ​ການ ​ເພື່ອດັດ​ບັບ, ​ເພີ່ມ​ເຕີມ, ປັບປຸງ​ສັນຍາ​ໃຫ້​ແກ່​ໂຄງ​ການ, ຍືນ​ສະ​ເໜີ, ອະນຸມັດ​ຜ່ານ​ຕາມ​ຂໍ​້ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເຊັນ​ຂໍ້​ຜູກ​ພັນ, ​ເຂົ້າ​ຮ່ວມ ​ແລະ ປະ​ຕິ​ບັດ​ສົນທິສັນຍາ​ສາກົນ​ປີ 2005. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຊີ້​ນຳ​ຢ່າງ​ຕິດ​ແທດ ​ແລະ ມີ​ມາດ​ຕະການ​ຍູ້​ໄວ​ລະດັບ​ປ່ອຍ​ເງິນ, ຮັບປະກັນ​ໃນ​ປີ 2012, ​ໂຄງການ​ດັ່ງ​ກ່າວ​ຈະ​ບໍ່​ນອນ​​ໃນບັນຊີ​ລາຍ​ຊື່​ບັນດາ​ໂຄງການ​ປ່ອຍ​ເງິນ​ຢ່າງ​ຊັກ​ຊ້າ.

ຂ່າວ/ບົດ​ອື່ນ