ເປີດງານມະໂຫລານສາຍຟິມຮູບເງົາສາກົນຮ່າໂນ້ຍຄັ້ງທີ3

ເປີດງານມະໂຫລານສາຍຟິມຮູບເງົາສາກົນຮ່າໂນ້ຍຄັ້ງທີ3 - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ເປີກ​ສາກ​ງານ​ມະ​ໂຫລານສາຍ​​ຟິມຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງ​ທີ 3
(ພາບ: hiec.org.vn)

 (vovworld) ​​-  ດ້ວຍ​ຫົວ​ເລື່ອງ “ສາຍ​ຟິມຮູບ​ເງົາ-​ເຊື່ອມ​ໂຍງ ​ແລະ ການພັດທະນາ​ແບບ​ຍືນ​ຍົງ”, ງານ​ມະ​ໂຫລານ​ສາຍ​ຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງ​ທີ 3 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານດັ່ງກ່າວມີ ຮູບ​ເງົາ 130 ​ເລື່ອງຂອງ 32 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນ. ​ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ, ທ່ານ​ຫງວຽນ​ເທ໋ຖາວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຢັ້ງຢືນ​ວ່າ:

          “ງານ​ມະ​ໂຫລານຮູບ​ເງົາ​ສາກົນ​ຮ່າ​ໂນ້ຍ ​ແມ່ນ​ວັນ​ບຸນ​ທີ່​ໃຫຍ່​ຫຼວງ ​ເພື່ອ​ເຊີດ​ຊູ​ບັນດາ​ຮູບ​ເງົາ​ທີ່​ດີ​ເດັ່ນ, ​ເຕັມ​ໄປ​ດ້ວຍລັກສະນະ​ວັດທະນະທຳ​ມະນຸດ, ມີ​ມູນ​ຄ່າ​ສິລະ​ປະສູງ​ດ້ວຍ​ການຄົ້ນ​ຫາ, ຊອກ​ຮູ້​ໃໝ່. ພ້ອມ​ທັງ​ປະກອບສ່ວນ​ສຳຄັນ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ຜ່ານ​ພາບ​ພົດ​ນະຄອນຫຼວງ​ຮ່າ​ໂນ້ຍອະລິຍະ​ທຳ​ນັບ​ພັນ​ປີ​ ດ້ວຍ​ປະຫວັດສາດ, ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ຊາວ​ຮ່າ​ໂນ້ຍມີ​ຄວາມ​ສະໜິດສະໜົມ​ ​ແລະ ຮັກ​ແພງ​ແຂກ​ຊົມ”.

       ​ໃນ​ຂອບ​ເຂດ​ຂອງ​ງານ​ມະ​ໂຫລານດັ່ງກ່າວ, ​ມີການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຈະ​ຖືກ​ຈັດ​ຕັ້ງ​ຄື: ກອງ​ປະຊຸມ​ສຳ​ມະ​ນາ “ການ​ຮ່ວມ​ມື​ຖ່າຍ​ທຳຮູບ​ເງົາ​ລະຫວ່າງ​ຫວຽດນາມ ​ແລະ ບັນດາປະ​ເທດ​”; ໂອ້​ລົມ​ສົນທະນາ “ການ​ຜະລິດ ​ແລະ ​​ເຜ​ີຍ​ແຜ່​ຮູບ​ເງົາ​ເອກະລາດ-​ບົດຮຽນ​ຈາກ​ຮູບ​ເງົາຟີລິບ​ປີນ”. ງານ​ມະ​ໂຫລານ​ຮູບ​ເງົາ​ສາກົນ​ຮ່າ​ໂນ້ຍຄັ້ງ​ທີ 3 ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 23-27/11/2014.


ຂ່າວ/ບົດ​ອື່ນ