ເປີດນຳໃຊ້ສູນການຂ່າວ, ມີນັກຂ່າວກວ່າ 2000 ຄົນຈົດທະບຽນປະຕິບັດງານຢູ່ SEA Games 32

(VOVWORLD) -ນອກຈາກສູນການຂ່າວດັ່ງກ່າວແລ້ວ, ປະເທດເຈົ້າພາບ ກຳປູເຈຍ ຍັງສ້າງຕັ້ງສູນການຂ່າວແຫ່ງອື່ນຢູ່ ສູນງານຕະຫລາດນັດ ວາງສະແດງ Chroy Changvar ອີກດ້ວຍ.
ເປີດນຳໃຊ້ສູນການຂ່າວ, ມີນັກຂ່າວກວ່າ 2000 ຄົນຈົດທະບຽນປະຕິບັດງານຢູ່ SEA Games 32 - ảnh 1ພາບປະກອບ:TTXVN

ວັນທີ 29 ເມສາ, ຢູ່ ເຂດກິລາປະສົມຂະຫນາດໃຫຍ່ Morodok Techo, ຄະນະຈັດຕັ້ງປະເທດເຈົ້າພາບ ກຳປູເຈຍ ໄດ້ຈັດພິທີເປີດນຳໃຊ້ສູນການຂ່າວ ພາຍໃຕ້ການເປັນປະທານຂອງທ່ານ Khieu Kanharith, ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ. ສູນການຂ່າວ SEA Games 32 ໄດ້ຕັ້ງຢູ່ຊັ້ນ 1 ຂອງສະຫນາມກິລາ Morodok Techo ຂຶ້ນກັບເຂດກິລາປະສົມດັ່ງກ່າວ ໂດຍໄດ້ກໍ່ສ້າງໃນເນື້ອທີ່ກວ້າງກວ່າ 80 ເຮັກຕາ ຢູ່ ຊານນະຄອນຫລວງ ພະນົມເປັນ ລາຊະອານາຈັກ ກຳປູເຈຍ.

          ນອກຈາກສູນການຂ່າວດັ່ງກ່າວແລ້ວ, ປະເທດເຈົ້າພາບ ກຳປູເຈຍ ຍັງສ້າງຕັ້ງສູນການຂ່າວແຫ່ງອື່ນຢູ່ ສູນງານຕະຫລາດນັດ ວາງສະແດງ Chroy Changvar ອີກດ້ວຍ.

ກະຊວງຖະແຫລງຂ່າວກຳປູເຈຍໃຫ້ຮູ້ວ່າ:  ມາຮອດວັນທີ 28 ເມສາ, ມີນັກຂ່າວກວ່າ 2000 ຄົນຂອງບັນດາປະເທດ ອາຊຽນ ແລະ Timor Leste ໄດ້ຈົດທະບຽນປະຕິບັດງານຢູ່ SEA Games 32 ແລະ ASEAN Para Games 12.

ຕອບກັບ

ຂ່າວ/ບົດ​ອື່ນ