ເປີດ​ນຳ​ໃຊ້​ສູນ​ສາ​ທາ​ລະ​ນະ​ສຸກ ຮັບ​ໃຊ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ທີ່ສູນ ICU ແບັກມາຍ, ວຽກງານການແພດ ໄດ້ກະກຽມຢ່າງລະອຽດ ແລະ ຖືກຕ້ອງຕາມການແນະນຳ. ໂຮງໝໍ ແບັກມາຍ ໄດ້ເພີ່ມທະວີອຸປະກອນການແພດທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ບັນດາກໍລະນີສຸກເສີນ.
ເປີດ​ນຳ​ໃຊ້​ສູນ​ສາ​ທາ​ລະ​ນະ​ສຸກ ຮັບ​ໃຊ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຢ້ຽມຊົນສູນ (ພາບ: daidoanket.vn)

ເພື່ອຮັບໃຊ້ໃຫ້ແກ່ວຽກງານການແພດຢູ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ຕອນເຊົ້າວັນທີ 25 ມັງກອນ ຢູ່ຫໍປະຊຸມແຫ່ງຊາດ ໝີດິ່ງ (ຮ່າໂນ້ຍ), ກະຊວງສາທາລະນະສຸກ, ອະນຸຄະນະກຳມະການສາທາລະນະສຸກກອງປະຊຸມໃຫຍ່ ໄດ້ເປີດນຳໃຊ້ສູນ ICU ແບັກມາຍ ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ທີ່ສູນ ICU ແບັກມາຍ, ວຽກງານການແພດ ໄດ້ກະກຽມຢ່າງລະອຽດ ແລະ ຖືກຕ້ອງຕາມການແນະນຳ. ໂຮງໝໍ ແບັກມາຍ ໄດ້ເພີ່ມທະວີອຸປະກອນການແພດທີ່ທັນສະໄໝ ເພື່ອຮັບໃຊ້ໃຫ້ບັນດາກໍລະນີສຸກເສີນ.

ການຮັບໃຊ້ວຽກງານການແພດໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ລວມມີ: ICU ແບັກມາຍ, ໂຮງໝໍມິດຕະພາບ, ຫ້ອງແຍກຕົວສາທາລະນະສຸກ (ໂຮງໝໍ ເຂດຮ້ອນ ສູນກາງ ແລະ CDC ຮ່າໂນ້ຍ), ອົງການສາທາລະນະສຸກ ໂຮງໝໍ 108, ຫ້ອງກວດພະຍາດ ໃຫ້ບັນດາຜູ້ແທນຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ