ເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານໂຮ່ຈີມິນຢູ່ເຂດທຳນຽບປະທານປະເທດ”

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ, ພິທີເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານ ໂຮ່ຈີມິນ ຢູ່ເຂດທຳນຽບປະທານປະເທດ” ໄດ້ດຳເນີນຢູ່ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ. 
ເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານໂຮ່ຈີມິນຢູ່ເຂດທຳນຽບປະທານປະເທດ” - ảnh 1 ເປີດສະຫຼອງຫ້ອງວາງສະແດງເພີ່ມເຕີມ “ບາງການເຄື່ອນໄຫວຂອງປະທານໂຮ່ຈີມິນຢູ່ເຂດທຳນຽບປະທານປະເທດ” (ພາບ: dangcongsan.vn)

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດສະຫຼອງ. ຮູບພາບ, ເອກະສານອັນລ້ຳຄ່າ 74 ຢ່າງທີ່ວາງສະແດງຢູ່ໃນຫ້ອງວາງສະແດງນັ້ນ ໄດ້ແນະນຳກ່ຽວກັບບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ສຳລັບພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ ເພື່ອສັນຕິພາບ ແລະ ຄວາມກ້າວໜ້າຂອງສັງຄົມໃນໂລກຢ່າງແທ້ຈິງ ແລະ ມີຊີວິດຊີວາ. ການວາງສະແດງ ລວມມີ 2 ພາກ, ຄືເອກະສານກ່ຽວກັບບັນດາການເຄື່ອນໄຫວພາຍໃນ ແລະ ການເຄື່ອນໄຫວພົວພັນຕ່າງປະເທດຂອງປະທານ ໂຮ່ຈີມິນ ຢູ່ເຂດທຳນຽບປະທານປະເທດໄລຍະແຕ່ປີ 1954 – 1969. ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ ແມ່ນບ່ອນປະທານ ໂຮ່ຈີມິນ ໄດ້ອາໄສຢູ່ ແລະ ເຮັດວຽກແຕ່ວັນທີ 19 ທັນວາ 1954 ຈົນຮອດວັນທີ 02 ກັນຍາ 1969.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ