ເປີດສະຫຼອງໂຄງການມິດຕະພາບ ຮ່າໂນ້ຍ - ວຽງຈັນ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານ ດິງຕ໋ຽນຢຸ້ງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ: ກິດຈະກຳມີຄວາມໝາຍທາງດ້ານການເມືອງເລິກເຊິ່ງ, ສະແດງໃຫ້ເຫັນການພົວພັນມິດຕະພາບ, ການຮ່ວມມືແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ
ເປີດສະຫຼອງໂຄງການມິດຕະພາບ ຮ່າໂນ້ຍ - ວຽງຈັນ - ảnh 1ພິທີຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ

ຕອນເຊົ້າວັນທີ 12 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີເປີດສະຫຼອງ ໂຄງການສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການ ນະຄອນຫຼວງ ວຽງຈັນ. ນີ້ແມ່ນກິດຈະກຳມິດຕະພາບລະຫວ່າງນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ. ກ່າວຄຳເຫັນທີ່ພິທີ, ທ່ານ ດິງຕ໋ຽນຢຸ້ງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ: ກິດຈະກຳມີຄວາມໝາຍທາງດ້ານການເມືອງເລິກເຊິ່ງ, ສະແດງໃຫ້ເຫັນການພົວພັນມິດຕະພາບ, ການຮ່ວມມືແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ, ນີ້ແມ່ນເນື້ອໃນສຳຄັນໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ນະຄອນຫຼວງ ໃນໄລຍະ 2022 – 2025. ພ້ອມທັງ, ກໍ່ແມ່ນໂຄງການຈຳເປັນ, ດີເດັ່ນດ້ວຍຈຸດປະສົງປະກອບສ່ວນສ້າງສຳເລັດພື້ນຖານດ້ານວັດຖຸ ຮັບໃຊ້ການສ້າງພື້ນຖານບໍລິຫານທັນສະໄໝໃຫ້ແກ່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ ແລະ ສປປ ລາວ ເວົ້າລວມ.

        ສ່ວນທ່ານ ອະນຸພາບ ຕຸລາລົມ, ເລຂາຄະນະພັກນະຄອນຫຼວງ ວຽງຈັນ ຂໍສະແດງຄວາມຂອບອົກຂອບໃຈອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ໜູນຊ່ວຍນະຄອນຫຼວງ ວຽງຈັນ ປະຕິບັດໂຄງການສຳນັກງານພະແນກຍຸຕິທຳ ແລະ ອົງການໄອຍະການ ປະຊາຊົນຢ່າງແທດຈິງ , ມີຄວາມໝາຍ, ເຕັມໄປດ້ວຍນ້ຳໃຈມິດຕະພາບ, ພ້ອມທັງຢັ້ງຢືນຈະຄຸ້ມຄອງ, ນຳໃຊ້ກິດຈະກຳຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ