ເປີດສາຍການບິນ ຮ່າໂນ້ຍ - ສິງກະໂປ

ເປີດສາຍການບິນ ຮ່າໂນ້ຍ - ສິງກະໂປ - ảnh 1
(ພາບປະກອບ)

(vovworld) - ​ ບໍລິ​ສັດ​ການບິນ Vietjet ​ຈະເປີດ​​ສາຍ​ການບິນ​ສາກົນ ຮ່າ​ໂນ້ຍ - ສິງກະ​ໂປ ​ແຕ່​ວັນ​ທີ 27/04/2017, ​ເພື່ອ​ຮັບ​ໃຊ້ຄວາມ​ຕ້ອງການການ​ໄປ - ມາ, ການທ່ອງທ່ຽວ, ການ​ແລກປ່ຽນຄ້າຂາຍ​ລະຫວ່າງ 2 ນະຄອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ. ສາຍ​ການ​ບິນ ຮ່າ​ໂນ້ຍ - ສິງກະ​ໂປ ​ຈະ​ມີ​ຖ້ຽວ​ບິນ​​ໄປ​ກັບ​ໃນ​​ແຕ່ລະວັນ, ​​ໃຊ້ເວລາ​ບິນ​ໃນ​ແຕ່ລະຖ້ຽວ​ແມ່ນ​ປະມານ 2 ຊົວ​ໂມງ 55 ນາທີ. ຊຶ່ງ​ເລີ່​ມ​ເດີນທາງ​ອອກຈາກ ຮ່າ​ໂນ້ຍ ​ເວລາ 10 ​ໂມງ 00 ​ແລະ ຮອ​ດ ສິງກະ​ໂປ ​ເວລາ 13 ​ໂມງ 55 ນາທີ (​ຕາມ​ເວລາ​ທ້ອງ​ຖິ່ນ). ສ່ວນ​ຖ້ຽວ​ກັບຈາກ ສິງກະ​ໂປ ​​ແມ່ນເວລາ 14 ​ໂມງ 55 ນາທີ ​ແລະ ຮອດ ຮ່າ​ໂນ້ຍ ​​ໃນເວລາ 16​ໂມງ 50 ນາທີ.

        ພາຍຫລັງ​ສາຍ​ການບິນ​ຈາກ​ນະຄອນ ​ໂຮ່ຈີ​ມິນ, ສາຍ​ການບິນ ຮ່າ​ໂນ້ຍ - ສິງກະ​ໂປ ​ແມ່ນ​ສາຍ​ການບິນ​ທີ 2 ຂອງ Vietjet ​ໄປ​ຍັງ ສິງກະ​ໂປ. Vietjet ກໍ່​ມີ​ແຜນການ​ເປີດ​ກ້ວາງ​ສາຍ​ການບິນ​ໄປ ສິງກະ​ໂປ ​ໃນ​ປີ 2017, ຄາດ​ວ່າ​ຈະ​ຢູ່ ດ່າ​ລາດ ​ແລະ ດ່າ​ໜັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ