ເປີດໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ກຳຈັດທາດພິດດີໂອຊີນໃນເບື້ອງຕົ້ນຢູ່ ສະໜາມບິນ ບຽນຮ່ວາ

(VOVWORLD) - ຕອນເຊົ້າວັນທີ 16 ກັນຍາ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີເປີດໂຄງການສ້າງພື້ນຖານໂຄງລ່າງ ແລະ ກຳຈັດທາດພິດ ດີໂອຊີນ ໃນເບື້ອງຕົ້ນຢູ່ສະໜາມບິນ ບຽນຮ່ວາ, ແຂວງ ດົ່ງນາຍ. 
ເປີດໂຄງການກໍ່ສ້າງພື້ນຖານໂຄງລ່າງ ແລະ ກຳຈັດທາດພິດດີໂອຊີນໃນເບື້ອງຕົ້ນຢູ່ ສະໜາມບິນ ບຽນຮ່ວາ - ảnh 1 ພິທີເປີດໂຄງການສ້າງພື້ນຖານໂຄງລ່າງ ແລະ ກຳຈັດທາດພິດ ດີໂອຊີນ ໃນເບື້ອງຕົ້ນຢູ່ສະໜາມບິນ ບຽນຮ່ວາ

ທີ່ພິທີ, ພົນໂທ ຫງວຽນຈີ໋ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ເນັ້ນໜັກວ່າ:

        ໂຄງການມີຄວາມໝາຍສຳຄັນພິເສດ, ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ໂຄງການສັງລວມ. ໄປຄຽງຄູ່ກັນນັ້ນ, ສະໜາມບິນ ບຽນຮ່ວາ ຖືກຕິດທາດພິດດີໂອຊິນ ແຕ່ດົນນານ ມາແລ້ວ, ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງສຸຂະພາບຂອງທະຫານ. ບໍ່ພຽງແຕ່ຢູ່ໃນສະໜາມບິນ ບຽນຮ່ວາ ເທົ່ານັ້ນ, ມັນຍັງແຜ່ລາມ ອອກສູ່ເຂດຊຸມຊົນຢູ່ນອກສະໜາມບິນຢ່າງກ້ວາງຂວາງອີກດ້ວຍ. ໂຄງການນີ້ ຮັບປະກັນໃຫ້ແຫຼ່ງກໍ່ມົນລະພິດນັ້ນບໍ່ກະທົບເຖິງສຸຂະພາບຂອງປະຊາຊົນອີກ.

        ໂຄງການມີຍອດເງິນລົງທຶນ 270 ຕື້ດົ່ງຈາກງົບປະມານຂອງລັດ ແລະ ງົບປະມານຈາກການປ້ອງກັນປະເທດ, ມອບໃຫ້ກອງບັນຊາການເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ເປັນເຈົ້າພາບລົງທຶນ. ຄາດວ່າ, ເວລາໃນການຜັນຂະຫຍາຍໂຄງການແມ່ນແຕ່ນີ້ຮອດປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ