ເປີດໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ

ເປີດໂຮງໝໍຫຼາຍຂະແໜງນະຄອນ ເກີນເທີ - ảnh 1
ໂຮງໝໍ​ຫຼາຍ​ຂະ​ແໜງ​ນະຄອນ ​ເກີນ​ເທີ ປະກອບ​ດ້ວຍ 500 ຕຽງ​ນອນ​ຄົນ​ເຈັບ     (ພາບ:baocantho)

(vovworld)- ພິທີ​ເປີດ​ໂຮງໝໍ​ຫຼາຍ​ຂະ​ແໜງ​ນະຄອນ ​ເກີນ​ເທີ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/9 ຢູ່​ນະຄອນ ​ເກີນ​ເທີ. ໂຮງໝໍ​ຫຼາຍ​ຂະ​ແໜງ​ນະຄອນ ​ເກີນ​ເທີ ປະກອບ​ດ້ວຍ 500 ຕຽງ​ນອນ​ຄົນ​ເຈັບ, ມີ 23 ພະ​ແນ​ກ ​ແລະ 8 ຂະ​ແໜງ​ປິ່ນປົວ. ໂຮງໝໍ​ຫຼາຍ​ຂະ​ແໜງ​ນະຄອນ ​ເກີນ​ເທີ ​ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ ຈະ​ສາມາດ​ຕອບ​ສະໜອງ​ເງື່ອນ​ໄຂ​ດ້ານພື້ນຖານ​ວັດຖຸ​ໃໝ່, ມີ​ພາຫະນະ​ອຸປະກອນ​ການ​ແພດ​ທີ່​ທັນ​ສະ​ໄໝ ພ້ອມ​ກັບ​ຖັນ​ແຖວ​ແພດ​ໝໍ​ມີ​ລະດັບ​ວິຊາ​ຊີບ​ສູງ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ເບິ່ງ​ແຍງ, ຮັກສາ​ສຸຂະ​ພາບ​ໃຫ້​ແກ່​ຊາວ​ນະຄອນ​ເກີນ​ເທີ​ເວົ້າ​ສະ​ເພາະ ກໍ​ຄື​ປະຊາຊົນ​ຢູ່​ເຂດ​ທົງ​ພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ​ເວົ້າ​ລວມ. 

ຂ່າວ/ບົດ​ອື່ນ