ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ສົ່ງ ກອງ​ທະ​ຫານ​ຊ່າງ​ແສງໄປ ເຂົ້າ​ຮ່ວມ ການ​ຮັກ​ສາ​ສັນ​ຕິ​ພາບ

(VOVWORLD) -ຕອນເຊົ້າວັນທີ  17 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ  ຫວຽດນາມ ໄດ້ຈັດພິທີເປີດຕົວ ກອງທະຫານຊ່າງແສງ ເລກ 1 ແລະ ໂຮງໝໍກາງສະໜາມ ລະດັບ 2 ເລກ 4 ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ ສປຊ.

ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ສົ່ງ ກອງ​ທະ​ຫານ​ຊ່າງ​ແສງໄປ ເຂົ້າ​ຮ່ວມ ການ​ຮັກ​ສາ​ສັນ​ຕິ​ພາບ - ảnh 1ເປັນຄັ້ງທຳອິດ ຫວຽດນາມ ສົ່ງ ກອງທະຫານຊ່າງແສງໄປ ເຂົ້າຮ່ວມ ການຮັກສາສັນຕິພາບ
(ພາບ: VTC)

ກອງທະຫານຊ່າງແສງ ໃນປັດຈຸບັນລວມມີ 203 ຄົນ (ໃນນັ້ນມີ ຜູ້ຍິງ 21 ຄົນ), ຄາດວ່າຈະຜັນຂະຫຍາຍຢູ່ ຄະນະປະຕິບັດງານ UNISFA (Abyei). ພ້ອມກັບໂຮງໝໍກາງສະໜາມລະດັບ 2, ກອງທະຫານຊ່າງແສງ ທຳອິດ ຂອງ ຫວຽດນາມ ຈະປະກອບສ່ວນເຂົ້າໃນການເຄື່ອນໄຫວໜູນຊ່ວຍ ມະນຸດສະທຳ, ຊ່ວຍຄະນະປະຕິບັດງານຮັກສາສັນຕິພາບ ສປຊ ປະຕິບັດໜ້າທີ່, ປະກອບສ່ວນເຂົ້າໃນຂະບວນການຮັກສາສັນຕິພາບ, ສ້າງປະເທດຄືນໃໝ່, ນຳເອົາການດຳລົງຊີວິດທີ່ມີສັນຕິພາບ, ສະຖຽນລະພາບ ມາໃຫ້ບັນດາປະເທດປະຈຳຖິ່ນ, ພ້ອມທັງປະກອບສ່ວນປົກປັກຮັກສາປະເທດຊາດຂອງ ໂດຍໄວ, ແຕ່ໄກ, ນັບທັງໃນຍຸກສະໄໝສັນຕິພາບ.

ກ່າວຄຳເຫັນທີ່ພິທີ, ທ່ານ ພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມເຄື່ອນໄຫວຮັກສາສັນຕິພາບຢູ່ ສປຊ, ສະເໜີໃຫ້ບັນດາກົມກອງທີ່ກ່ຽວຂ້ອງຈົ່ງ ຕັ້ງໜ້າປະ ຕິບັດ ວຽກງານກະກຽມໃນທຸກດ້ານ ໃຫ້ ສຳເລັດ ສຳລັບກອງທະຫານຊ່າງແສງເລກ 1 ແລະ ໂຮງໝໍກາງສະໜາມ ລະດັບ 2 ເລກ 4 ຕອບສະໜອງບັນດາມາດຖານຂອງ ສປຊ ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ