ເປັນຄັ້ງທຳອິດທີ່ 27 ປະເທດອີຢູປຶກສາຫາລືກ່ຽວກັບການພົວພັນກັບອັງກິດພາຍຫຼັງ Brexit

(VOVWORLD) -ວັນທີ 08 ພະຈິກ, ເປັນຄັ້ງທຳອິດທີ່ 27 ປະເທດສະມາຊິກສະຫະພາບເອີລົບ (ອີຢູ) ໄດ້ຈັດການປຶກສາຫາລືຢູ່ບຣຸກແຊນ, ປະເທດແບນຊິກ ກ່ຽວກັບການພົວພັນໃນອະນາຄົດກັບອັງກິດ ພາຍຫຼັງປະເທດນີ້ຖອນອອກຈາກອີຢູ, ຫຼື ເອີ້ນວ່າ Brexit.
ເປັນຄັ້ງທຳອິດທີ່ 27 ປະເທດອີຢູປຶກສາຫາລືກ່ຽວກັບການພົວພັນກັບອັງກິດພາຍຫຼັງ Brexit - ảnh 1 (ພາບປະກອບ: AFP/TTXVN)

ໃນການພົບປະ, ບັນດາປະເທດໄດ້ຢືນຢັນບັນດາບັນຫາຕົ້ນຕໍເຊິ່ງການເຈລະຈາຄັ້ງຕ່າງໆທີ່ຈະມາເຖິງຈະພົບເຫັນ ແລະ ສ້າງເປັນຮູບເປັນຮ່າງໃນເບື້ອງຕົ້ນໃຫ້ແກ່ໄລຍະຂ້າມຜ່ານ ແລະ ການພົວພັນໃນອະນາຄົດ.

        ນີ້ແມ່ນຮອບເຈລະຈາຄັ້ງທຳອິດຂອງບັນດາຜູ້ຕາງໜ້າປະຈຳອີຢູ ກ່ຽວກັບວິທີສຳພັດລະຫວ່າງໄລຍະຂ້າມຜ່ານ ແລະ ອະນາຄົດຂອງການພົວພັນດ້ານການຄ້າກັບລອນດອນ. ວິວັດທະນາການນີ້ຈະອະນຸຍາດໃຫ້ດຳເນີນບັນດາການປຶກສາຫາລືກ່ຽວກັບໄລຍະຂ້າມຜ່ານພາຍຫຼັງ Brexit ຢ່າງໄວກວ່າ, ຄາດວ່າແມ່ນວັນທີ 29 ມີນາ 2019, ຕໍ່ຈາກນັ້ນແມ່ນສັນຍາການຄ້າຮ່ວມສຳພັນລະຫວ່າງອັງກິດ ແລະ ອີຢູ ໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ