ເປັນຄັ້ງທຳອິດຫວຽດນາມໄດ້ຮັບລາງວັນກ່ຽວກັບການລົບລ້າງການກືກໜັງສືຂອງUNESCO

ເປັນຄັ້ງທຳອິດຫວຽດນາມໄດ້ຮັບລາງວັນກ່ຽວກັບການລົບລ້າງການກືກໜັງສືຂອງUNESCO - ảnh 1
ພິທີມອບລາງວັນ

(vovworld) – ວັນ​ທີ 8/9, UNESCO ​ໄດ້​ມອບ​ລາງວັນ ​ເຈົ້າ​ຊີວິດ Sejong ກ່ຽວ​ກັບ​ການລົງ​ລ້າງ​ການ​ກື​​ກໜັງສື ​ໃຫ້​ແກ່​ໂຄງການ “​ນຳ​ປື້​ມມາ​ສູ່​ເຂດ​ຊົນນະບົດ” ຂອງ​ອ້າຍ ຫງວຽນ​ກວາງ​ແທກ. ນີ້​​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ​ໄດ້​ຮັບ​ການ​ເຊີ​ດຊູ​ທີ່​ພິທີ​ມອບລາງວັນ​ໃຫຍ່​ຂອງ UNESCO ກ່ຽວ​ກັບ​ການ​ລົງ​ລ້າງ​ການ​ກືກ​ໜັງສື.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ໂລກ​ລົບ​ລ້າງ​ການ​ກື​ກໜັງສື, ທ່ານ​ນນາງ Irina Bokova, ​ເນັ້ນ​ໜັກ​ວ່າ: ວັນ​ໂລກ​ລົບ​ລ້າງ​ການ​ກືກ​ໜັງສື​ແມ່ນ​ໂອກາດ​ພິ​ເສດ​ເພື່ອ​ເຊີດ​ຊູ​ໜຶ່ງ​ໃນ​ບັນດາ​ຜົນງານ​ສຳຄັນ​ທີ່​ສຸດ​ຂອງ UNESCO. ​ແຕ່ລະຄົນ​ໄດ້​ຮັບ​ລາງວັນ​ໃນ​ມື້​ນີ້​ລ້ວນ​ແຕ່​ມີ​ເລື່ອງ​ລາວ​ກ່ຽວ​ກັບ​ນຳ້​ໃຈ​ມະນຸດ​ໄດ້​ຊ່ວຍ​ວົງ​ຄະນະ​ຍາດ​ຂອງ​ຕົນ​ຄົ້ນ​ຫາ​ບັນດາ​ຄຸ້ນ​ຄ່າ​ສູງ​ສົ່ງ​ຂອງ​ຕົນ​ເອງ.

        ​ໂດຍ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບ​ລາງວັນ, ອ້າຍ ຫງວຽນ​ກວາງ​ແທກ, ຜູ້​ສ້າງ​​ລາຍການ “​ນຳ​ປື້​ມມາ​ສູ່​ເຂດ​ຊົນນະບົດ”, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ຄວາມ​ຮູ້​ຂອງ​ບັນດາ​ຊາວ​ກະສິກອນ ຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ແປງ ​ເມື່ອ​ເຂົາ​ເຈົ້າ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ​້າງລະບົບ​ຫໍສະໝຸດ. ນັ້ນ​​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ຫັນປ່ຽນ​ໃຫຍ່​ສຸດ​ໃນ​ສັງຄົມ ຫວຽດນາມ. ຊາວ​ກະສິກອນ, ລັດຖະກອນ, ຊາວ ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ເຂົ້າ​ໂຄງການ​ນີ້. ນັ້ນ​ແມ່ນ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຂອງ​ຂ້າພະ​ເຈົ້າ​ ກໍ່​ຄື​ຄວາມ​ປິ​ຕິ​ຊົມ​ຊື່ນ​ຂອງ​ທຸກ​ຄົນ.”


ຂ່າວ/ບົດ​ອື່ນ