ເປັນເຈົ້າການປ້ອງກັນ,ຕ້ານໄວຣັດຊິກາ

ເປັນເຈົ້າການປ້ອງກັນ,ຕ້ານໄວຣັດຊິກາ - ảnh 1
(ພາບ​ປະ​ກອບ)

(vovworld) –​ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທຽບ​ເທົ່າ​ກະ​ຊວງ, ຂະ​ແໜງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ເພີ່ມ​ທະ​ວີ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ, ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ​ໄວ​ຣັດ​ຊິ​ກາ (virus Zika) ອາດ​ຈະ​ແຜ່​ລະ​ບາດ​ເຂົ້າ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເປັນ​ເ​ຈ​ົ້າ​ການ, ສົມ​ທົບ​ກັນ, ແນະ​ນ​ຳ​ບັນ​ດາ​ທ້ອ​ງ​ຖິ່ນ​ເພີ່ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ​​ແກ​້​ໄຂຕ້ານ​ພະ​ຍາດ​ຕາມກຳ​ນົດ; ປະ​ຕິ​ບັດ​ລະ​ບອບ​ຕິດ​ຕາມກວດດ​ກາ, ລາຍ​ງານ​ກ່ຽວ​ກັບ​ພະ​ຍາດ​ຕາມ​ສິດ​ຂອງ​ຕົນ; ຄົ້ນ​ຄວ້າ, ສະ​ເໜີ​ຕໍ່​​ນາ​ຍົກລັດ​ຖະ​ມົນ​ຕີເລື່ອງ​ເພີ່ມ​ບັນ​ຊີ​ລາຍ​ຊື່​ພະ​ຍາດ​ຕິດ​ແປດ.

ຂ່າວ/ບົດ​ອື່ນ