ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ຄວາມ​ດັນ​ອາ​ກາດ​ຕ່ຳ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ຝົນ​ຕົກ​ໜັກ​ນ້ຳ​ຖ້ວມ ຢູ່​ບັນ​ດາ​ແຂວງ​ເຂດ​ພາກ​ກາງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ມີໂທລະເລກທາງການ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ເປັນເຈົ້າການໃນການຮັບມືກັບຄວາມດັນອາກາດຕ່ຳ ທີ່ອາດຈະແຮງຂຶ້ນກາຍເປັນພາຍຸ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກໜັກນ້ຳຖ້ວມ ຢູ່ບັນດາແຂວງທາງພາກກາງ ຫວຽດນາມ.
ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ຄວາມ​ດັນ​ອາ​ກາດ​ຕ່ຳ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ຝົນ​ຕົກ​ໜັກ​ນ້ຳ​ຖ້ວມ ຢູ່​ບັນ​ດາ​ແຂວງ​ເຂດ​ພາກ​ກາງ - ảnh 1ພາບປະກອບ: ສູນພະຍາກອນອຸຕຸນິຍົມອຸທົກກະສາດ

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາແຂວງ, ນະຄອນ ນັບແຕ່ ກ໋ວາງຈິ ຕະຫຼອດຮອດ ບິ່ງທ້ວນ ແລະ ເຂດໄຕງວຽນ ຮີບດ່ວນກວດກາຄືນ, ຜັນຂະຫຍາຍວຽກງານຮັບມືກັບ ຄວາມດັນອາກາດຕ່ຳ ທີ່ອາດຈະກາຍເປັນພາຍຸ, ໃນນັ້ນ ສຸມໃສ່ແນະນຳຮັບປະກັນຄວາມປອດໄພໃຫ້ກ່ຳປັ່ນ, ເຮືອ ທີ່ພວມເຄື່ອນໄຫວຢູ່ທະເລ, ແຄມທະເລ, ຜັນຂະຫຍາຍມາດຕະການຮັບປະກັນຄວາມປອດໄພ ໃຫ້ແກ່ປະຊາຊົນ ໃນກໍລະນີເກີດຝົນຕົກໜັກນ້ຳຖ້ວມ. ບັນດາແຂວງ ກ໋ວາງນາມ, ກ໋ວາງຫງ໋າຍ ແລະ ເທື່ອທຽນ ເຫ້ວ ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ຝົນຕົກໜັກນ້ຳຖ້ວມໂດຍໄວ: ຈັດຕັ້ງການຢຶ້ຢາມຖາມຂ່າວ, ໜູນຊ່ວຍບັນດາຄອບຄົວທີ່ຖືກຜົນເສຍຫາຍ, ໃຫ້ການຊ່ວຍເຫຼືອສະບຽງອາຫານແກ່ຄອບຄົວທີ່ມີຄວາມສ່ຽງຂາດເຂີນ, ແກ້ໄຂບັນດາບັນຫາເສັ້ນທາງຄົມມະນາຄົມໂດຍໄວ. ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບເຫດທີ່ເກີດມາຈາກ ໄພທຳມະຊາດ ແລະ ການກູ້ໄພກູ້ຊີບ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຊີ້ນຳ, ຈັດວາງກຳລັງ, ກຽມພ້ອມພາຫະນະ ໜູນຊ່ວຍທ້ອງຖິ່ນ ຜັນຂະຫຍາຍວຽກງານຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຄວາມດັນອາກາດຕ່ຳ, ພາຍຸ, ຝົນຕົກໜັກນ້ຳຖ້ວມ ຕາມຂໍ້ສະເໜີຂອງທ້ອງຖິ່ນ, ກະຊວງຄົມມະນາຄົມ ແລະ ຂົນສົ່ງ ສົມທົບກັບບັນດາທ້ອງຖິ່ນ ຮັບປະກັນການຈໍລະຈອນຢ່າງປອດໄພ ແລະ ລຸລ່ວງ.

ຕອບກັບ

ຂ່າວ/ບົດ​ອື່ນ