ເພີ່ມກຳນົດເວລາພັກເຊົາຂຶ້ນເປັນ 45 ວັນສຳລັບພົນລະເມືອງຂອງ 13 ປະເທດ

(VOVWORLD) - ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍເຂົ້າ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ.

ວັນທີ 14 ສິງຫາ, ລັດຖະບານ ຫວຽດນາມໄດ້ປະກາດໃຊ້ມະຕິປັບປຸງກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບາງປະເທດ. ມະຕິວ່າດ້ວຍການປັບປຸງກ່ຽວກັບການຍົກເວັ້ນວີຊາໃຫ້ພົນລະເມືອງບັນດາປະເທດ, ຄື: ເຢຍລະມັນ, ຝລັ່ງ, ອີຕາລີ, ແອັດສະປາຍ, ສະຫະພັນລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ສະຫະພັນລັດເຊຍ, ຍີ່ປຸ່ນ, ສ ເກົາຫຼີ, ເດນມາກ, ຊູແອັດ, ນອກແວ, ແຟງລັງ ແລະ ເບລາຣຸດ, ດ້ວຍກຳນົດເວລາພັກເຊົາ 45 ວັນນັບແຕ່ວັນເຂົ້າເມືອງ, ໂດຍບໍ່ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງການເຂົ້າເມືອງ, ບົນພື້ນຖານການຕອບສະໜອງບັນດາເງື່ອນໄຂເຂົ້າເມືອງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ ຢ່າງຄົບຖ້ວນ. ມະຕິມີຜົນສັກສິດນັບແຕ່ວັນທີ 15 ສິງຫາ.

        ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍເຂົ້າ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ. ຕາມນັ້ນແລ້ວ, ເວລາພັກເຊົາສຳລັບພົນລະເມືອງຂອງປະເທດທີ່ ຫວຽດນາມ ໄດ້ຍົກເວັ້ນວີຊາພຽງລຳພັງຝ່າຍດຽວ ແມ່ນ 45 ວັນ, ເພີ່ມຂຶ້ນ 30 ວັນເມື່ອທຽບໃສ່ເວລາທີ່ກຳນົດໃນກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ຜ່ານແດນ, ພັກເຊົາຂອງຊາວ ຕ່າງປະເທດ ຢູ່ ຫວຽດນາມ ປີ 2014.

        ແລະກໍ່ໃນວັນທີ 15 ສິງຫາ, ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການນຳໃຊ້ການອອກວີຊາເອເລັກໂຕນິກໃຫ້ແກ່ພົນລະເມືອງບັນດາປະເທດ, ເຂດແຄ້ວນ, ບັນດາດ່ານຊາຍແດນສາກົນ ທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ, ອອກເມືອງດ້ວຍວິຊາເອເລັກໂຕນິກ. ມະຕິມີຜົນສັກສິດນັບແຕ່ວັນທີ 15 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ