ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມື ຫວຽດນາມ - ສະວິດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍ “ໂຄງການຮ່ວມມືຂອງ ຫວຽດນາມ ແລະ ສະວິດໄລຍະ 2021 - 2024” ໃຫ້ບັນລຸປະສິດທິຜົນ
ເພີ່ມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມື ຫວຽດນາມ - ສະວິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄວ້າ ສະວິດ Dominique Paravicini
(ພາບ: TTXVN)

        ຕອນເຊົ້າວັນທີ 26 ຕຸລາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄວ້າ ສະວິດ Dominique Paravicini, ທີ່ພວມຢ້ຽມຢາມ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ ເນັ້ນໜັກວ່າ, ຫວຽດນາມ - ສະວິດ ຕ້ອງສືບຕໍ່ເສີມຂະຫຍາຍທ່າແຮງຂອງແຕ່ລະປະເທດ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບດີກວ່າ, ເລິກເຊິ່ງ, ກວ້າງຂວາງ, ບັນລຸປະສິດທິຜົນ, ແທດຈິງຫຼາຍກວ່າເກົ່າ.

        ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍ “ໂຄງການຮ່ວມມືຂອງ ຫວຽດນາມ ແລະ ສະວິດໄລຍະ 2021 - 2024” ໃຫ້ບັນລຸປະສິດທິຜົນ, ດ້ວຍບັນດາບຸລິມະສິດແມ່ນເພີ່ມທະວີກຳລັງແກ່ງແຍ້ງໃຫ້ແກ່ຂົງເຂດເສດຖະກິດເອກະຊົນ, ການພັດທະນາເສດຖະກິດພູມປັນຍາ, ການຮັບມືກັບບັນດາສິ່ງທ້າທາຍໃໝ່ກ່ຽວກັບການພັດທະນາ ແລະ ການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ປາດຖະໜາສືບຕໍ່ໄດ້ຮັບການໜູນຊ່ວຍຂອງ ສະວິດ ສຳລັບການພັດທະນາແບບຍືນຍົງຂອງ ຫວຽດນາມໃນໄລຍະຈະມາເຖິງ.

        ສ່ວນທ່ານ Dominique Paravicini, ໃຫ້ຮູ້ວ່າ, ບັນດາວິສາຫະກິດຂອງ ສະວິດ ທີ່ພວມຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ ເຊິ່ງທ່ານໄດ້ພົບປະໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການພັດທະນາຂອງ ຫວຽດນາມ. ທ່ານເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ວິສາຫະກິດ ສະວິດ ຈະເຂົ້າມາລົງທຶນຢູ່ ຫວຽດນາມ ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ