ເພີ​່​ມ​ທະ​ວີ​ການ​ຄົ້ນ​ຫາ, ທ້ອນໂຮມ​ອັດຖິ ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດເພື່ອ​ຊາ​ດຢ​ູ່​ລາວ, ກຳ​ປູ​ເຈຍ

(VOVWORLD) -ຕອນບ່າຍວັນທີ 2 ມັງກອນ, ຄະນະຊີ້ິ້ນຳແຫ່ງຊາດກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນຂອງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (ຄະນະຊີ້ນຳແຫ່ງຊາດ 515) ໄດ້ຈັດຕັ້ງກອງປະຊຸມຕີລາຄາໝາກຜົນຂອງປີ 2019, ຜັນຂະຫຍາຍໜ້າທີ່ຈຸດສຸມປີ 2020 ຕໍ່ ແຜນຮ່າງຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ແຜນຮ່າງ ຢັ້ງຢືນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ.

ເພີ​່​ມ​ທະ​ວີ​ການ​ຄົ້ນ​ຫາ, ທ້ອນໂຮມ​ອັດຖິ ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດເພື່ອ​ຊາ​ດຢ​ູ່​ລາວ, ກຳ​ປູ​ເຈຍ - ảnh 1ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ 515 ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ 515, ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍສຸມໃສ່ຍູ້ແຮງການຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ຜັນຂະຫຍາຍການເຄື່ອນໄຫວສູນສຳເນົາພື້ນຖານຂໍ້ມູນ ADN, ຍູ້ໄວຄວາມຄືບໜ້າໃນການຢັ້ງຢືນຊື່ ແລະ ນາມສະກຸນຂອງ ອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ; ເປີດກ້ວາງການຮ່ວມມືສາກົນກ່ຽວກັບການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນກັບບັນດາປະເທດ, ບັນດາອົງການຈັດຕັ້ງ, ບັນດາສ່ວນບຸກຄົນທີ່ກ່ຽວຂ້ອງ…

        ປີ 2020, ຄະນະຊີ້ນຳແຫ່ງຊາດ 515 ໄດ້ກຳນົດບັນດາໜ້າທີ່, ວິທີການແກ້ໄຂທີ່ເປັນຈຸດສຸມ ໃນນັ້ນ: ມີການຍົກສູງປະສິດທິຜົນຂອງການເຄື່ອນໄຫວໃນການຄົ້ນຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ເປັນຕົ້ນແມ່ນ ບໍລິເວນ ຈຸດສຸມທີ່ມີອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຕົ້າໂຮມຢູ່ຫຼາຍ, ຕັ້ງໜ້າຜັນຂະຫຍາຍການຄົ້ນຫາ, ທ້ອນໂຮມຢູ່ ລາວ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ