ເພີ່ມທະວີການດຶງດູດນັກທ່ອງທ່ຽວຜ່ານປະຕູຖານຂໍ້ມູນທ່ອງທ່ຽວຫວຽດນາມ

ເພີ່ມທະວີການດຶງດູດນັກທ່ອງທ່ຽວຜ່ານປະຕູຖານຂໍ້ມູນທ່ອງທ່ຽວຫວຽດນາມ - ảnh 1
ພິທີລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື
(ພາບ: vietnamplus.vn)


​(vovworld) - ວັນ​ທີ 26/06, ຢູ່​ຮ່າ​ໂນ້ຍ, ທ່ານ​ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອ​ງທ່ຽວ ແລະ ທ່ານ​ຫົວໜ້າ​ບໍລິສັດ​ໂທລະ​ຄົມມະ​ນາ​ຄົມ Mobifone ກາວ​ຢຸຍຫາຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື ​ໂດຍ​ເປັນການ​ເປັນ​ສັກຂີ​ພະຍານ​ຂອງ​ການ​ນຳກະຊວງວັດທະນະທຳ, ກິລາ ​ແລະ ທ່ອ​ງທ່ຽວ ​ແລະ ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ. 2 ຝ່າຍ​ໄດ້​ສົມທົບ​ກັນ​ສ້າງ​ປະຕູ​ຖານ​ຂໍ້​ມູນ​ທ່ອງ​ທ່ຽວ Halo VietNam, ດ້ວຍ​ແວັບ​ໄຊ mplace.vn. ປະຕູ​ຖານ​ຂໍ້​ມູນ​ດັ່ງກ່າວ​ຈະ​ສະ​ໜອງ​ຂໍ້​ມູນ​ການ​ບໍລິການ, ສະຖານ​ທີ່​ທ່ອງ​ທ່ຽວ, ອາຫານ​ການ​ກິນ, ​ໂຮງ​ແຮມ… ຢູ່​ສະຖານ​ທີ່​ແຫ່ງ​ຕ່າງໆ​ຢູ່​ຫວຽດນາມ. ນອກ​ນັ້ນ, ​ປະຕູ​ຖານ​ຂໍ້​ມູນ​ດັ່ງກ່າວ​ຍັງອະນຸດ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວຕີ​ລາຄາ​ສະຖານ​ທີ່​ທ່ອງ​ທ່ຽວ, ປະກອບ​ຄຳ​ເຫັນ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ ​ເພື່ອ​ແນ​ໃສ່​ປັບປຸງ​ຄຸນ​ນະພາ​ບການ​ບໍລິການ​ໃຫ້​ດີກ​ວ່າ​ອີກ. ​ໃນ​ອະນາຄົດ​, ນັກ​ທ່​ອງທ່ຽວ​ສາມາດ​ຈົດທະບຽນບັນດາ​ການ​ບໍ​ການທ່ອງ​ທ່ຽວ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕ​ີແນັ​ດທີ່​ເວັບ​ໄຊ Halo VietNam.

ຂ່າວ/ບົດ​ອື່ນ