ເພີ່ມທະວີການສົມທົບວຽກງານລະຫວ່າງປະທານປະເທດ ແລະ ແນວໂຮມປະເທດຊາດຫວຽດນາມ

ເພີ່ມທະວີການສົມທົບວຽກງານລະຫວ່າງປະທານປະເທດ ແລະ ແນວໂຮມປະເທດຊາດຫວຽດນາມ - ảnh 1
ປະທານປະເທດ ເຈືອງເຕີນຊາງ
(ພາບ: Phuong Hoa/TTXVN)

(vovworld) - ວັນ​ທີ 5/3, ຢູ່ ຮ່າ​ໂນ້ຍ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 10 ປີ​ແຫ່ງ​ການ​ປະຕິບັດ​ລະບຽບ​ການ​ສົມທົບ​ວຽກ​ງານ​ລະຫວ່າງ​ປະທານ​ປະ​ເທດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ. ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ວຽກ​ງານ​ສົມທົບ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຖື​ວ່າ, ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໄດ້​ເພີ່ມ​ກຳລັງ​ແຮງ​ໃຫ້​ສອງ​ອົງການ​ຂຶ້ນ​ຕື່ມ ​ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່. ການ​ສົມທົບ​ກັນ​ກໍ່ປະກອບສ່ວນເພີ່ມ​ທະວີບົດບາດ​ຕິດຕາມ​ກວດກາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​​ໃນ​ຫຼາຍ​ຂົງ​ເຂດກວ່າ​ອີກ; ປະກອບສ່ວນ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ; ການ​ຕ່າງປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໄລຍະ​ຈະ​ມາ​ເຖິງ, ທ່ານປະທານ​ປະ​ເທດ ​​ເຈືອງ​ເຕິ໋ນຊາງ ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາຂົງ​ເຂດ​ວຽກ​ງານ, ກໍ່ສ້າງ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ ຕິດ​ພັນ​ກັບ​ການ​ປະຕິບັດ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີເປັນ​ເອກະ​ພາບ​ໃນ​ສັງຄົມ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ