ເພີ່ມ​ທະວີ​ການຮ່ວມ​ມື​ຍົກ​ສູງ​ທີ່​ຕັ້ງ ​ແລະ ບົດບາດຂອງ​ແມ່ຍິງ

ເພີ່ມ​ທະວີ​ການຮ່ວມ​ມື​ຍົກ​ສູງ​ທີ່​ຕັ້ງ ​ແລະ ບົດບາດຂອງ​ແມ່ຍິງ - ảnh 1

(ພາບ:vietnamplus.vn)

(vovworld)- ​​ແຕ່​ວັນ​ທີ 17-22/9, ຢູ່​ Lombok ​ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດກອງ​ປະຊຸມ​ໃຫ່ຍສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ AIPA 33. ​ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ Tong Thi Phong ​ນຳ​ໜ້າໄດ້ເຂົ້າຮ່ວມ AIPA 33. ກ່ອນ​ພິທີ​ໄຂ​ກອງ​ປະຊຸມ​ໃຫ່ຍ AIPA 33, ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ 10 ປະ​ເທດ​ສະມາຊິກອາ​ຊຽນ. ທ່ານນນາງ Truong Thi Mai ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ປະທານ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ ​ໄດ້​ຕາງໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້,​ ທ່ານນນາງ Truong Thi Mai ​ເນັ້ນໜັກ​ວ່າ ຫວຽ​ດນາມ ​ສະໜັບສະໜູນບັນດາ​ຂໍ້​ລິ​ເລິ່ມ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ ​ແລະ ບົດບາດ​ຂອງສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ​ໃນ​ການ​ເພີ່ມ​ທະວີ​ບັນດາ​ນະ​ໂຍບາຍ​ໃຫ້​ແກ່​ແມ່ຍິງ ​ແລະ ສິດສະ​ເໝີ​ພາບ​ລະຫວ່າງ​ຍິງ-​ຊາຍ​ໃນ​ຂົງ​ເຂດ​ເສດຖະກິດ, ສາທາລະນະ​ສຸກ ​ແລະ ການ​ສຶກສາ, ​ເປັນ​ຜູ້ຕາງໜ້າ​ທີ່​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເວົ້າລວມ ​ແລະ ​ແມ່ຍິງ​​ເວົ້າສະ​ເພາະ.

  ສິ້ນ​ສຸດ​ກອງ​ປະຊຸມ, ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ 10 ປະ​ເທດ​ສະມາຊິກອາ​ຊຽນ ​ເຂົ້າຮ່ວມ AIPA 33 ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ ​ເພີ່ມ​ທະວີ​ການປະສານ​ສົມທົບ​ ​ແລະ ຮ່ວມ​ມືກັນ​ໃນ​ການ​ປະຕິບັດ​ຂັ້ນຕອນບັນລຸ​ໄດ້​ບັນດາ​​ເປົ້າໝາຍ​ສະຫັດ​ສະ​ວັດ, ມະຕິ​ກ່ຽວ​ກັບ​ການ​ຊຸກຍູ້​ຄວາມ​ສາມາດ​​ໃນ​ການກໍ່ສ້າງ ​ແລະ ບຳລຸງ​ສ້າງ​ເຕັກນິກ​ສະ​ເພາະ ​ແລະ ​ເໝາະ​ສົມ​ໃຫ້​ແກ່​ແມ່ຍິງ​ຢູ່​ເຂດ​ຊົນນະບົດ, ມະຕິ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ​ອາ​ຊຽນ ​ໃນ​ການ​ຍົກ​ສູງ​ບັນດາ​ນະ​ໂຍບາຍ​ເພື່ອ​ແມ່ຍິງ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສຸຂະພາບ ​ແລະ ການ​ສຶກສາ.

 

 

 

ຂ່າວ/ບົດ​ອື່ນ