ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ)

(VOVWORLD) - ວັນທີ 28 ມັງກອນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມກວາງວິງ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາລີ ເພື່ອເພີ່ມທະວີການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ເກາະ ບາລີ ໃນບັນດາຂົງເຂດຕ່າງໆ, ພິເສດແມ່ນວັດທະນະທຳ ແລະ ການທ່ອງທ່ຽວ.
ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ເກາະ ບາລີ (ອິນໂດເນເຊຍ) - ảnh 1ສົ່ງເສີມການທ່ອງທ່ຽວ ອິນໂດເນເຊຍ ຢູ່ ຫວຽດນາມ (ພາບ: tapchidulich.com)

        ທີ່ການເຮັດວຽກກັບທ່ານ Wayan Koster ຜູ້ວ່າການແຂວງ ບາລີ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ບາລີ ແມ່ນສະຖານທີ່ນິຍົມຂອງແຂກທ່ອງທ່ຽວ ຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນພາກພື້ນ.

        ສ່ວນທ່ານ Wayan Koster ຜູ້ວ່າການແຂວງ ບາວີ ໄດ້ເຫັນດີເປັນເອກະພາບວ່າຈະພ້ອມກັນຊຸກຍູ້ການຮ່ວມມືກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ. ເລື່ອງເປີດສາຍການບິນໂດຍກົງຈາກ ຫວຽດນາມ ໄປຍັງ ບາລີ ໄດ້ອຳນວຍຄວາມສະດວກໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ເກາະແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ