ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ອາຊຽນ - ຈີນ

ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ອາຊຽນ - ຈີນ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ)


(vovworld) – ພາຍຫຼັງ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາກົນຈີນ - ອາ​ຊຽນ ຄັ້ງ​ທີ 11 (CAEXPO 2014) ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຈີນ - ອາ​ຊຽນ ຄັ້ງ​ທີ 11 (CABIS 2014), ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ບົດບາດ​ຂອງ CAEXPO ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ​ແລ້ວ, CAEXPO ​ແລະ CABIS ​ແມ່ນ 2 ຂີດ​ໝາຍ​ພົ້ນ​ເດັ່ນ ​ແລະ ​ແທດ​ຈິງ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ຈີນ, ​ແມ່ນ​ບັນດາ​ຂໍ້​ລິ​ເລີ່​ມລະອຽດ ​ເພື່ອ​​ແນ​ໃສ່​ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ. ຜ່ານ​ການຈັດ​ຕັ້ງ​ເປັນ​ເວລາ 10 ປີ, CAEXPO ​ແລະ CABIS ​​ໄດ້​ກາຍ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ​ອາ​ຊຽນ ​ແລະ ຈີນ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ​ງມິ​ງ ​ໃຫ້​ຮູ້​ວ່າ, ຍາມ​ໃດຫວຽດນາມ ກໍ່​ມີ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​​ຫຼາຍ​ກວ່າ​ໝູ່​​ໃນ​ຈຳນວນ​ບັນດາ​ປະ​ເທດ​ອາ​ຊຽນທີ່ເຂົ້າ​ຮ່ວມ CAEXPO. ປີ 2014, ຫວຽດນາມ ມີ​ວິ​ສາ​ຫະກິດ 100 ​ແຫ່ງ​ເຂົ້າ​ຮ່ວມ ດ້ວຍ​ຮ້ານ​ວາງສະ​ແດງ 200 ຮ້ານທີ່​ມາ​ຈາກ 21 ​ແຂວງ, ນະຄອນ ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ທີ່ແຕກ​ຕ່າງ​ກັນ.

ຂ່າວ/ບົດ​ອື່ນ