ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາ ແລະ ກາຕາ ໃນຂົງເຂດປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ

(VOVWORLD) - ທ່ານພົນເອກ ໂຕເລິມ ສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ ແລະ ສ້າງກອບນິຕິກຳຍາວນານໃຫ້ສົບບູນແບບໃຫ້ແກ່ບັນດາການສົມທົບກັນເຄື່ອນໄຫວດ້ານວິຊາສະເພາະ, ຮ່ວມມືໃນການປ້ອງກັນ ຕ້ານອາດຊະຍາກຳ.
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາ ແລະ ກາຕາ ໃນຂົງເຂດປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ - ảnh 1ທ່ານພົນເອກ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຕາ ປະຈຳ ຫວຽດນາມ Khalid Ali Abdullah Abel
(ພາບ: bocongan.gov.vn)

        ຕອນບ່າຍວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລັດ ກາຕາ ປະຈຳ ຫວຽດນາມ Khalid Ali Abdullah Abel ເຂົ້າຢ້ຽມຄຳນັບ ເນື່ອງໃນໂອກາດເລີ່ມປະຕິບັດໜ້າທີ່ຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລິມ ສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ ແລະ ສ້າງກອບນິຕິກຳຍາວນານໃຫ້ສົບບູນແບບໃຫ້ແກ່ບັນດາການສົມທົບກັນເຄື່ອນໄຫວດ້ານວິຊາສະເພາະ, ຮ່ວມມືໃນການປ້ອງກັນ ຕ້ານອາດຊະຍາກຳ. ພ້ອມທັງ, ພົບປະດຳເນີນການເຈລະຈາ, ລົງນາມໃນບັນດາຂໍ້ຕົກລົງດ້ານຕຸລາການອາຍາ ເພື່ອສ້າງກອບນິຕິກຳສະດວກໃຫ້ແກ່ບັນດາການເຄື່ອນໄຫວປ້ອງກັນ, ຕ້ານອາຊະຍາກຳເວົ້າສະເພາະ. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີໃຫ້ 2 ຝ່າຍຮັກສາ ແລະ ສ້າງຊ່ອງຮ່ວມມືເປັນປະຈຳ ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເປົ້າໝາຍ ແລະ ການເຄື່ອນໄຫວກໍ່ການຮ້າຍສາກົນ, ຕໍ່ສູ້ກັບບັນດາເປົ້າໝາຍກໍ່ການຮ້າຍ.

        ສ່ວນທ່ານເອກອັກຄະລັດຖະທູດ Khalid Ali Abdullah Abel ຢືນຢັນວ່າ, ຈະມານະພະຍາຍາມເພີ່ມພູນຄູນສ້າງໃຫ້ແກ່ການພັດທະນາການຮ່ວມມືອັນດີງາມລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນການສະໜັບສະໜູນ ແລະ ເປັນຂົວເຊື່ອມຕໍ່ເປີດກວ້າງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ