ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ຮ່າ​ໂນ້ຍ ແລະ ທະ​ນາ​ຄານໂລກ

(VOVWORLD) -   ຕອນບ່າຍວັນທີ 02 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການ ທະນາຄານໂລກ (WB) ປະຈຳ ຫວຽດນາມ.
ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ຮ່າ​ໂນ້ຍ ແລະ ທະ​ນາ​ຄານໂລກ - ảnh 1ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການ ທະນາຄານໂລກ (WB) ປະຈຳ ຫວຽດນາມ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຕີລາຄາສູງຕໍ່ການໜູນຊ່ວຍຂອງທະນາຄານໂລກທີ່ມີຕໍ່ ຮ່າໂນ້ຍ ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນການປະກອບສ່ວນສຳຄັນເຂົ້າໃນຜົນງານການພັດທະນາຂອງນະຄອນ. ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕ໊ຽນຢຸງ ໃຫ້ຮູ້ວ່າ ຕໍ່ໜ້າສະພາບການໂລກລລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ທາງນະຄອນພວມສຸມໃສ່ການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ. ປັດຈຸບັນ, ທາງນະຄອນໄດ້ຜັນຂະຫຍາຍການສັກວັກຊິນເຂັມທຳອິດໃຫ້ແກ່ຜູ້ມີອາຍຸ 18 ປີຂຶ້ນໄປ ໄດ້ກວ່າ 92% ແລ້ວ, ສ່ວນເຂັມທີສອງແມ່ນໄດ້ກວ່າ 54%; ໃນໄລຍະຈະມາເຖິງ ຈະຜັນຂະຫຍາຍການສັກວັກຊິນໃຫ້ແກ່ເດັກຢູ່ໃນເກນອາຍຸແຕ່ 12 ຫາ  17 ປີ. ໃນສະພາບການນັ້ນ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຢັ້ງຢືນວ່າ ນະຄອນຮ່າໂນ້ຍ ໄດ້ກຽມພ້ອມແກ່ໄລຍະພັດທະນາຢ່າງກະໂດດຂັ້ນ, ດ້ວຍການກຳນົດທິດພັດທະນານະຄອນໃຫ້ເປັນຕົວເມືອງຂຽວ, ອະລິຍະທຳ, ສີວິໄລ ແລະ ທັນສະໄໝ, ສ້າງນະຄອນອັດສະລິຍະ, ຮັກສານາມມະຍົດ “ນະຄອນແຫ່ງສັນຕິພາບ”, ຮັກສາລະດັບການພັດທະນາໄວ ແລະ ຍືນຍົງ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ຮ່າໂນ້ຍ ຕ້ອງການແຫຼ່ງເງິນລົງທຶນຈາກຕ່າງປະເທດ (FDI), ແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA, ທຶນກູ້ຢຶມດ້ວຍອັດຕາດອກເບ້ຍຕ່ຳ, ໃນນັ້ນ, ທະນາຄານໂລກ ຈະແມ່ນໜຶ່ງໃນບັນດາຜູ້ອຸປະຖຳລາຍໃຫຍ່.

        ສ່ວນ ທ່ານນາງ Carolyn Turk ເນັ້ນໜັກວ່າ ທະນາຄານໂລກ ຍາມໃດກໍເອົາໃຈໃສ່ສ້າງການພົວພັນອັນດີງາມກັບນະຄອນຫຼວງ ຮ່າໂນ້ຍ ແລະ ຢັ້ງຢືນວ່າ ທະນາຄານໂລກ ພ້ອມແລ້ວທີ່ຈະໃຫ້ການ ໜູນຊ່ວຍ ຮ່າໂນ້ຍ ໃນບາດກ້າວເດີນຕໍ່ໄປໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ