ເພີ່ມທະວີການຮ່ວມມືລະຫວ່າງອົງການກຳມະບານຫວຽດນາມ - ສິງກະໂປ

ເພີ່ມທະວີການຮ່ວມມືລະຫວ່າງອົງການກຳມະບານຫວຽດນາມ - ສິງກະໂປ - ảnh 1
( ພາບປະກອບ )

(vovworld) -     ຕອນ​ບ່າຍ​ວັນ​ທີ 15/8, ຢູ່​ທີ່​ຮ່າ​ໂນ້ຍ, ​ໃນ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ສິງກະ​ໂປ ​ໂດຍ​ທ່ານ Heng Chee How, ຮອງ​​ເລຂາທິການ​ໃຫຍ່​ກຳມະບານ, ລັດຖະມົນຕີ​ຂັ້ນ​ສູງ​ຮັບຜິດຊອບ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ, ຮອງ​ປະທານ​ສະພາ​ຕໍ່າ​ສິງກະ​ໂປ ນຳ​ໜ້າ, ທ່ານ Dang Ngoc Tung ປະທານ​ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ ​ໄ​ດ້ຖື​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ Heng Chee How ​ ຄັ້ງ​ນີ້​ໄດ້ປະກອບສ່ວນ​ເພີ່ມ​ທະວີ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມືຕິດ​ຜັນຢ່າງ​ດີງາມ​ລະຫວ່າງ​ອົງການ​ກຳມະບານ​ສອງປະ​ເທດ​ກວ່າ​ອີກ. ທ່ານ​ປະທານ​ສະຫະພັນ​ໃຫຍ່​​ແຮງ​ງານ​ຫວຽດນາມ ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ ​ແລະ ​ແບ່ງປັນ​ບົດຮຽນ​ຂອງ​ອົງການ​ກຳມະບານ​ສິງກະ​ໂປ ​ໃນ​ການ​ສ້າງ​ຂະ​ບວນການ​ກຳມະບານ​ຢູ່​ຫວຽດນາມ.

        ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ - ສິງກະ​​ໂປ ​ໄດ້​ຮັບ​ການສ້າງ​ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ​ແຕ່​ປີ 1973 ​ແລະ ​ໄດ້ຮັບ​ການ​ຍົກ​ລະດັບເປັນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ປະ​ຈຸ​ບັນ​ສິງກະ​ໂປ ​ແມ່ນ​ນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 4 ຢູ່​ຫວຽດນາມ ​ໃນ​ຫຼາຍຂົງ​ເຂດ​ຄື ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັດ, ປຸງ​ແຕ່ງຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ…

ຂ່າວ/ບົດ​ອື່ນ