ເພີ່ມທະວີການຮ່ວມມືໃນວຽກງານສະກັດກັ້ນ, ຕ້ານອາດຊະຍາກຳລະຫວ່າງ ຫວຽດນາມ ແລະ ຈີນ

(VOVWORLD) - ໃນການເດີນທາງໄປຢ້ຽມຢາມຈີນ ຢ່າງເປັນທາງການຕັ້ງແຕ່ວັນທີ 12 - 16 ກັນຍາ 2023, ໃນຕອນບ່າຍວັນທີ 13 ກັນຍາ, ທີ່ນະຄອນຫຼວງປັກກິ່ງ, ທ່ານ ໂຕເລິມ ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ທ່ານ ໄຄ່ສີ (Cai Qi), ກຳມະການຜູ້ປະຈຳການກົມການເມືອງ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຈີນ. 
ເພີ່ມທະວີການຮ່ວມມືໃນວຽກງານສະກັດກັ້ນ, ຕ້ານອາດຊະຍາກຳລະຫວ່າງ ຫວຽດນາມ ແລະ ຈີນ - ảnh 1ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບວຽກງານສະກັດກັ້ນ, ຕ້ານອາດຊະຍາກຳ ຄັ້ງທີ 8 ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ຈີນ (ພາບ: VOV)

ທ່ານ ໂຕເລິມ ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ ຫວັງສ່ຽວຫົງ (Wang Xiaohong), ລັດຖະມົນຕີ ກະຊວງຕຳຫຼວດ ຈີນ ກໍ່ໄດ້ເປັນປະທານຮ່ວມ ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບວຽກງານສະກັດກັ້ນ, ຕ້ານອາດຊະຍາກຳ ຄັ້ງທີ 8 ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ຈີນ.

ທີ່ກອງປະຊຸມ, ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ປະສານສົມທົບກັນ ຮັບປະກັນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພໃນບັນດາເຫດການສຳຄັນທາງການເມືອງທີ່ຈັດຂຶ້ນຢູ່ແຕ່ລະປະເທດ, ເຮັດໜ້າທີ່ປົກປ້ອງພົນລະເມືອງໃຫ້ເປັນຢ່າງດີ; ສືບຕໍ່ປະສານສົມທົບກັນຕໍ່ສູ້ຢ່າງມີປະສິດທິຜົນກັບອາດຊະຍາກຳຂ້າມຊາດປະເພດຕ່າງໆ, ເຊັ່ນ: ອາດຊະຍາກໍາຄະດີອາຍາ, ຢາເສບຕິດ, ເສດຖະກິດ, ການຄ້າມະນຸດ, ອາດຊະຍາກໍາສໍ້ໂກງຜ່ານທາງລະບົບໂທລະຄົມ, ອິນເຕີເນັດ, ຈັບກຸມ, ສົ່ງມອບນັກໂທດອາດຊະຍາກຳ; ເພີ່ມທະວີບັນດາການເຄື່ອນໄຫວສົມທົບກັນລາດຕະເວນ, ຄວບຄຸມກວດກາວຽກງານກວດຄົນເຂົ້າ- ອອກເມືອງຢູ່ຕາມຊາຍແດນຢ່າງເຂັ້ມງວດ.

ສິ້ນສຸດກອງປະຊຸມ, ທ່ານ ໂຕເລິມ ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ ຫວັງສ່ຽວຫົງ (Wang Xiaohong), ລັດຖະມົນຕີ ກະຊວງຕຳຫຼວດ ຈີນ ໄດ້ເຊັນ “ບົດບັນທຶກກອງປະຊຸມຮ່ວມມືວຽກງານສະກັດກັ້ນ, ຕ້ານອາດຊະຍາກຳຄັ້ງທີ 8 ລະຫວ່າງ ຫວຽດນາມ ແລະ ຈີນ” ແລະ “ບົດບັນທຶກຊ່ວຍຈຳກ່ຽວກັບວຽກງານເພີ່ມທະວີສະກັດກັ້ນ, ຕ້ານອາດຊະຍາກຳການພະນັນຂ້າມຊາດ ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງຕຳຫຼວດ ຈີນ”./.

ຕອບກັບ

ຂ່າວ/ບົດ​ອື່ນ