ເພີ່ມທະວີການເຊື່ອມຕໍ່ ຄົມມະນາຄົມລະຫວ່າງ ອາຊຽນ - ຈີນ

ເພີ່ມທະວີການເຊື່ອມຕໍ່ ຄົມມະນາຄົມລະຫວ່າງ ອາຊຽນ - ຈີນ - ảnh 1
ພາບປະກອບຈາກ ອິນເຕີເນັດ

(vovworld) – ​ ຢູ່​ນອກ​ງານ​ຕະຫຼາດ​ນັດ ອາ​ຊຽນ - ຈີນ ຄັ້ງທີ 10 (CAEXPO 10) ຢູ່​ແຂວງ ໜາມໜິງ (ປະ​ເທດ ຈີນ) ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ພິ​ເສດ​ລັດຖະມົນຕີ​ຄົ​ມມະ​ນາ​ຄົມ ຂົນ​ສົ່ງ ອາ​ຊຽນ - ຈີນ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່. ກອງ​ປະຊຸມ​ໄດ້​ສຸ​ມ​ໃສ່​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ເຊື່ອມ​ຕໍ່, ​ແລກປ່ຽນ​ທັດສະນະ ​ແລະ ​ແນວ​ຄວາມ​ຄິດ​ມີ​ລັກສະນະ​ສ້າງສາ​ກັບ​ບັນດາ​ຜູ້ຕາງໜ້າ​ໃນ​ຂະ​ແໜງ​ຄົມມະນາຄົມ ​ແລະ ​ອອກ​ຖະ​ແຫຼ​ງການ​ຮ່ວມ. ບັນດາ​ລັດຖະມົນຕີ​ຖື​ວ່າ: ກອງ​ປະຊຸມ​ແມ່ນ​ກາລະ​ໂອກາດ​ເພື່ອ​​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ສືບ​ຕໍ່​ສ້າງ ​ແລະ ປັບປຸງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ພວມ​ປະກາດ​ໃຊ້​ໃນ​ຂອບ​ເຂດກອງ​ປະຊຸມ​ປະຈຳ​ປີ​ລັດຖະມົນຕີ​ກະຊວງ​ຄົມມະ​ນາ​ຄົມ ຂົນ​ສົ່ງ ອາ​ຊຽນ - ຈີນ (ATM  + TQ), ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ເຊື່​ອມຕໍ​ຄົມມະນາຄົມ​ລະ​ຫວ່າງ 2 ຝ່າຍ, ​ເມື່ອ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ຈີນ ລ້ວນ​ແຕ່​ມານະ​ພະຍາຍາມ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ - ຈີນ (ACFTA) ​ແລະ ຊຸກຍູ້​ການ​ເຈລະ​ຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ