ເພີ່ມທະວີການເຊື່ອມໂຍງ ແລະ ຍົກສູງສິດ ແລະ ຄວາມສາມາດດ້ານເສດຖະກິດຂອງແມ່ຍິງໃນໂລກພວມປ່ຽນແປງ

(VOVWORLD) - ເພີ່ມທະວີການເຊື່ອມໂຍງ ແລະ ຍົກສູງສິດ ແລະ ຄວາມສາມາດດ້ານເສດຖະກິດຂອງແມ່ຍິງໃນໂລກພວມປ່ຽນແປງ ນັ້ນແມ່ນຫົວຂໍ້ຂອງການສົນທະນານະໂຍບາຍຂັ້ນສູງແມ່ຍິງ ແລະ ເສດຖະກິດໃນ APEC ປີ 2017 ຊຶ່ງຈະດຳເນີນຢູ່ ເຫວ້ ແຕ່ວັນທີ 26 – 29 ກັນຍາ.

ຄາດວ່າ ຈະມີຜູ້ແທນ 700 ຄົນເຂົ້າຮ່ວມເຫດການດັ່ງກ່າວ. ນີ້ແມ່ນກອງປະຊຸມພິເສດທຳອິດ ທີ່ກ່ຽວຂ້ອງເຖິງແມ່ຍິງ ແລະ ເສດຖະກິດໃນປີ 2017. ທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 20 ກັນຍາ ຢູ່ ຮ່າໂນ້ຍ. ທ່ານ ຟ້າມງອັກຕ໋ຽນ ຫົວໜ້າກົມສະເໝີພາບລະຫວ່າງຍິງ-ຊາຍ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັນຄົມ ຫວຽດນາມ ໃຫ້ຮູ້ວ່າ:

ຫົວຂໍ້ຂອງ WEF ປີນີ້ ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮ່ວມຂອງ APEC ພ້ອມທັງກໍ່ສືບຕໍປະຕິບັດຂໍ້ສະເໜີຂອງບັນດາການນຳເສດຖະກິດ APEC ປີ 2016 ເພື່ອບັນລຸໝາກຜົນດີ. ການສົນທະນາໄດ້ຮັບຄວາມຫວັງວ່າ ຈະຮັບຮອງເອົາຖະແຫຼງການລັດຖະມົນຕີກ່ຽວກັບແມ່ຍິງ ແລະ ເສດຖະກິດດ້ວຍຂໍ້ສະເໜີກ່ຽວກັບ 3 ເນື້ອໃນບຸລິມະສິດໃຫຍ່ຂອງປີ 2017.


ຕອບກັບ

ຂ່າວ/ບົດ​ອື່ນ