ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບສະພາແຫ່ງຊາດໃຫ້ແກ່ນັກສຶກສາ

ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບສະພາແຫ່ງຊາດໃຫ້ແກ່ນັກສຶກສາ - ảnh 1
ກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ
ພາບປະກອບ:internet


 (vovworld)- ຕອນ​ເຊົ້າ​ວັນ​ທີ 29/3 ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສົມທົບ​ກັບ​ສະຖານທູດ ອັງກິດ ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ​ ​ໃຫ້​ແກ່ ນັກ​ສຶກສາກ​ວ່າ 200 ຄົນ​ທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​ໄລ​ຢູ່ ບໍລິ​ເວນ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຊີ້​ຢູງ ຮອງປະທານຫ້ອງວ່າການສະພາແຫ່ງຊາດຫວຽດນາມ​ໄດ້​ເນັ້ນ​ຫນັກ​ວ່າ: ກອງ​ປະ​ຊຸມ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ​ໃຫ້​ແກ່​ນັກ​ສຶກສາ​ແມ່ນ​ເວທີ​ປາ​ໄສ​ເພື່ອ​ຊ່ວຍ​ໃຫ້​ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ ມີ​ໂອກ​າດ​ແລກປ່ຽນ​ບັນດາ​ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ, ອົງການ​ກ່ຽວຂ້ອງ​ຂອງ​ສະພາ​ແຫ່ງ​ຊາດ​ໃຫ້​ແກ່​ນັກຮຽນ, ປະກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ສັງຄົມ ພ້ອມ​ທັງ​ຝືກຝົນ​ຫລໍ່​ຫລອມດ້ານ​ການ​ເມືອງ​ໃຫ້​ແກ່​ນັກຮຽນ. ທ່ານ Ahdrew Holt, ຕາງຫນ້າ​ສະຖານທູດ ອັງກິດ ປະຈຳ​ຫວຽດນາມ, ປາດ​ຖະຫນາ​ຢາກ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວສົ່ງ​ເສີມ​ບັນດາ​ນັກ​ສຶກສາ​ເອົາ​ໃຈ​ໃສ່​ເຖິງບັນຫາ​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເມືອງ​,​ ນະ​ໂຍບາຍ​ກວ່າ​ເພື່ອ​ກາຍ​ເປັນ​ບັນດາ​ການ​ນຳ​ປີ​ຊາ​ສາມາດ​ຂອງ​ຫວຽດນາມ ​ໃນ​ອະນາຄົດ.

 

ຂ່າວ/ບົດ​ອື່ນ