ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ

ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ - ảnh 1
ພາບປະກອບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 20/9 ຢູ່ ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສົມທົບ​ກັບ​ອົງການ​ພັດທະນາ ສປຊ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ ​ໂຄງການ“​ເພ່ີ່ມທະວີ​ກຳລັງ​ຄວາມ​ສາມ​າດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຢູ່ ຫວຽດນາມ ​ເພື່ອບັນ​ເທົາ​ຜົນ​ກະທົບ ​ແລະ ກວດກາ​ການ​ປອ່ຍອາຍ​ພິດ​ເຮືອນ​ແກ້ວ. ພາຍຫລັງ​ເກືອບ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ນັບ​ແຕ່​ເມື່ອ​ປີ 2009 ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ດັ່ງກ່າວ​ໄດ້​ຫນູນ​ຊ່ວຍ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ບັນດາ​ອົງການ​ຂຶ້ນ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ,  ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.  ທ່ານ ​ເຈີ​ນທຸກ, ຫົວຫນ້າ​ສະ​ຖາ​ບັນ​ວິທະຍາສາດ​ອຸ​ຕິ​ນິຍົມ​ອຸ​ທົກ​ກະສາ​ດສິ່ງ​ແວດ​ລ້ອມ​ໃຫ້​ຮູ້​ວ່າ:

        ​“​ເລື່ອງ​ນຳ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ເຂົ້າ​ໃນ​ແຜນການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ແມ່ນ​ວຽກ​ງານ​ໃຫມ່ອ່ຽມ ສະ​ນັ້ນ ບັນດາ​ທ້ອງ​ຖິ່ນ, ນັບ​ທັງ​ບັນດາ​ກະຊວງ​ກໍ​ບໍ່​ເຄີ​ຍ​ເຮັດ ​ແຕ່​ເຂົາ​ເຈົ້າ​ໄດ້​ປະຕິບັດ​ໂຄງການ​ດັ່ງກ່າວ​ສຳ​ເລັດ​ຜົນ. ຄຽງ​ຄູ່​ກັນ​ນັ້ນ ການບັນ​ເທົາ​ການ​ປ່ອຍອາຍ​ພິດ​ເຮືອນ​ແກ້ວ​​ແມ່ນສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ​ຊາດ ​ແລະ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ, ​ເຕັກ​ໂນ​ໂລ​ຊີ, ນັບ​ທັງ​ການ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ.”

 

ຂ່າວ/ບົດ​ອື່ນ