ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນຂະບວນການກຳມະບານ ຫວຽດນາມ - ສປປ ເກົາຫຼີ

ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືໃນຂະບວນການກຳມະບານ ຫວຽດນາມ - ສປປ ເກົາຫຼີ - ảnh 1
ພາບປະກອບ

(vovworld) - ​ຕອນ​ບ່າຍ​ວັນ​ທີ 2/7, ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໂດຍ​ທ່ານ Nguyen Hoa Binh, ຮອງ​ປະທານ​ຜູ້​ປະຈຳການ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ ສປປ ​ເກົາຫຼີ (ຫຼື GFTUK) ​ໂດຍ​ທ່ານ Han U Phal, ຮອງປະທານ GFTUK ​ເປັນ​ຫົວໜ້າ​ຄະນະ, ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ (​ແຕ່​ວັນ​ທີ 1 – 5/7) ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ. 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ 2 ອົງການ​ກຳມະບານກ່ວາ​ອີກ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ເພື່ອ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັບ​ຊອບ​ທຳ​ຂອງ​ຜູ້​ອອກ​ແຮງ​ງານ, ຍູ້​ແຮງ​ການ​ພົວພັນ​ມິດ​ຕະພາບ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​. 2 ຝ່າຍ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ສົມທົບ​ກັນ, ​ແລະ ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ຈະ​ໄດ້​ຮັບ​ການ​ເພີ່ມ​ທະວີ, ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ​ລະ​ຫວ່າງ 2 ພັກ, 2 ລັດ.

 

ຂ່າວ/ບົດ​ອື່ນ