ເພີ່ມທະວີຄວາມສາມັກຄີເຕົ້າໂຮມຊາວຫນຸ່ມຖືສາສະຫນາ

(VOVWORLD) -ຕອນເຊົ້າວັນທີ 25 ກໍລະກົດ ຢູ່ ຮ່າໂນ້ຍ, ຄະນະສຳຫລວດຮັບໃຊ້ການສ້າງແຜນຮ່າງຂອງກົມການເມືອງ ກ່ຽວກັບ “ການເພີ່ມທະວີການຂົນຂວາຍ, ສາມັກຄີບັນດາສາສະຫນາຢູ່ຫວຽດນາມປະຈຸບັນ” ໄດ້ມີການເຮັດວຽກັບ ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ. 

ເພີ່ມທະວີຄວາມສາມັກຄີເຕົ້າໂຮມຊາວຫນຸ່ມຖືສາສະຫນາ - ảnh 1

ທີ່ການເຮັດວຽກັບ ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ 

ເມື່ອປະກອບຄຳເຫັນກ່ຽວກັບຄຸນນະພາບສ້າງແຜນຮ່າງ, ທ່ານ ຫງວຽນຟີລອງ, ເລຂາສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ, ປະທານສະຫະພັນຊາວຫນຸ່ມ ຫວຽດນາມ ຖືວ່າ:

        “ໄລຍະຈະມາເຖິງ ຄວນເພີ່ມທະວີວຽກງານສົມທົບໂຄສະນາລະຫວ່າງບັນດາອົງການຄຸ້ມຄອງໃນການຈັດຕັ້ງບຳລຸງ, ສະຫນອງເອກະສານ, ຝືກອົບຮົມວິຊາສະເພາະໃຫ້ບັນດາພະນັກງານຫລັກແຫລ່ງໃນຂະບວນການສາສະຫນາ. ຈັດຕັ້ງການພົບປະ, ຮັບຟັງຄຳເຫັນ ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນເຊື່ອຖືສາສະຫນາ, ບັນດາຍົດສັກຕຳແຫນ່ງ, ນັກບວດ. ຍ້ອງຍໍລະດົມກຳລັງໃຈຢ່າງທັນການ, ສ້າງກຳລັງຫນູນສູ້ຊົນໃຫ້ພະນັກງານຫລັກແຫລ່ງ ແລະ ຊາວຫນຸ່ມເຊື່ອຖືສາສະຫນາດີເດັ່ນ”

ຕອບກັບ

ຂ່າວ/ບົດ​ອື່ນ