ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ປາແລັດສະຕິນ

(VOVWORLD) -ທ່ານ ເລຮ່ວາຍຈຸງ ໄດ້ຢືນຢັນເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ສະໜັບສະໜູນການຕໍ່ສູ້ອັນຊອບທຳເພື່ອສິດພື້ນຖານຂອງຊາດ, ສິດຕັດສິນດ້ວຍຕົນເອງ ແລະ ສິດສ້າງລັດ ປາແລັດສະຕິນ ເອກະລາດ
ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ປາແລັດສະຕິນ - ảnh 1(ທີ່ການຕ້ອນຮັບ)

        ຕອນຄ່ຳວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນພັກຂະບວນການປົດປ່ອຍ ປາແລັດສະຕິນ (Fatah) ນຳໂດຍທ່ານ Jibril Rajoub, ຜູ້ປະຈຳການຄະນະເລຂາສູນກາງພັກ Fatah ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ເລຮ່ວາຍຈຸງ ໄດ້ຢືນຢັນເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ສະໜັບສະໜູນການຕໍ່ສູ້ອັນຊອບທຳເພື່ອສິດພື້ນຖານຂອງຊາດ, ສິດຕັດສິນດ້ວຍຕົນເອງ ແລະ ສິດສ້າງລັດ ປາແລັດສະຕິນ ເອກະລາດ; ສະໜັບສະໜູນຊຸກຍູ້ການເຈລະຈາ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ.

        ສ່ວນທ່ານ Jibril Rajoub, ໄດ້ຕີລາຄາສູງບັນດາບົດຮຽນ, ປະສົບການຂອງການປະຕິວັດ ຫວຽດນາມ ແລະ ບົດບາດນຳພາຂອງພັກກອມມູນິດ ຫວຽດນາມ; ສະແດງຄວາມເຄົາລົບນັບຖືບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້.

        2 ຝ່າຍພ້ອມກັນປາດຖະໜາຢາກເພີ່ມທະວີ, ຊຸກຍູ້ສາຍພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ