ເພີ່ມທະວີວຽກງານຕິດຕາມກວດກາໃນການເຄື່ອນໄຫວດຳເນີນຄະດີອາຍາ

ເພີ່ມທະວີວຽກງານຕິດຕາມກວດກາໃນການເຄື່ອນໄຫວດຳເນີນຄະດີອາຍາ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ
​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ
(ພາບ​ຈາກ​ອີ​ນ​ເຕັດ​ເນັດ)

(vovworld) – ​​​ຕອນ​ເຊົ້າ​ວັນ​ທີ 14/10, ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກ​າງ ໂດຍ​ທ່ານ​ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ນຳ​ໜ້າ​ໄປ​ຕິດ​ຕາມກວດ​ກາ​ເລື່ອງ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ວຽກ​ງານ​ກັດ​ຂັງ​ ພ່ງກັກຕົວຊົ່ວ​ຄາວ, ດຳ​ເນີນ​ຄະ​ດີ​ອາ​ຍາ​ຢູ່​ແຂວງ ຟູ໋​ທໍ້. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້ຮັບຮູ້ ແລະ ຕີ​ລາ​ຄາ​ສ​ູງ​ແຂວງ ຟູ໋​ທໍ້ ໄດ້​ປະ​ຕິ​ບັດ​ຢ່າງຖືກຕ້ອງຕາມລະບຽບກົດ​ໝາຍ​ໃນ​ວຽກ​ງານ​ຕິດ​ຕາມກວດ​ກາ​ການ​ກັກ​ຂັງ​ພ່າງ ກັກຕົວຊົ່ວ​ຄາວ, ດຳ​ເນີນ​ຄະ​ດີ​ອາ​ຍາ​ໃນ​ໄລ​ຍະ​ຜ່ານ​ມາ​ໂດຍ​ພື້ນ​ຖານ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຫລຸດ​ຜ່ອນ​ອາດ​ຊະ​ຍາ​ກຳ​ໃນ​ບໍ​ລິ​ເວນ​ແຂວງ ຟູ໋​ທໍ້ ເວົ້າ​ສະ​ເພາະ​ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ. ເພື່ອ​ໃຫ້​ວຽກ​ງານ​ກັກ​ຂັງ​​ພ່າງ​ ກັກ​ຕົວຊົ່ວຄາວ, ດຳ​ເນີນ​ຄະ​ດີ​ອາ​ຍາ​ໄດ້​ຮັບ​ການ​ປະ​ຕິບ​ັດ​ຖືກ​ຕ້ອງ​ຕາມ​ລະບຽບກົດ​ໝາຍ, ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ: ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ແຂວງ ຟູ໋​ທໍ້ ແລະ ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ແຂວງ​ເພີ່ມ​ທະ​ວີ​ກົດ​ລະ​ບຽບ​ສົມ​ທົບ​ກັນ​​ໃຫ້​ດີ​ກ່ວາ​ອີກ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ຕິດ​ຕາມກວດ​ກາ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະ​ດີ​ອາ​ຍາ, ກວດ​ກາ, ຕິດ​ຕາມກວດ​ກາ​ຄ້າຍກັກ​ຂັງ​ພ່າງ ຄ້າຍ​ກັກ​ຂັງ ​ແລະ ສະຖານ​ທີ່​ກັກ​ຕົວຊົ່ວ​ຄາວ​ໃນ​ບໍ​ລິ​ເວນ​ແຂວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ