ເພີ່ມທະວີວຽກງານໂຄສະນາໃຫ້ຕ່າງປະເທດ, ສ້າງທີ່ຕັ້ງບົດບາດ, ພາບພົດ, ການທູດຂອງຫວຽດນາມ

ເພີ່ມທະວີວຽກງານໂຄສະນາໃຫ້ຕ່າງປະເທດ, ສ້າງທີ່ຕັ້ງບົດບາດ, ພາບພົດ, ການທູດຂອງຫວຽດນາມ - ảnh 1ບັນ​ດາ​ບຸກ​ຄົນ​ໄດ້​ຮັບ​ໃບ​ຍ້ອງ​ຍໍ

(vovworld) - ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ສະ​ຫລຸບ​ວຽກ​ງານ​ໃຫ້​​ຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ​ປີ 2016 ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 18/1, ຢູ່​ຮ່າ​ໂນ້ຍ, ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ສົມ​ທົບ​ກັບ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ໃຫ້​ຕ່າງ​ປະ​ເທດ​ສ​ູນ​ກາງ​ຈັດ​ຕັ້ງ, ​ອັນ​ໄດ້ດຶງ​ດູດ​ຜູ້​ແທນ​ເຊິ່ງ​ຕ​າງ​ໜ້າ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ...​ກ່​ວາ 600 ຄົນ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫວໍ​ວັນ​ຟວງ, ຮອງ​ຫົວ​ໜ້າ​ຄ​ະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ໃຫ້​ຮູ້​ວ່າ:

        “ຜ່ານ​ບັນ​ດາ​ຊ່ອງ​ຂ່າວ​ທາງ​ການ​ເມືອງ, ການ​ຕ່າງ​ປະ​ເທດ 2 ຝ່າຍ ແລະ ຫຼາຍ​ຝ່າຍ, ພາກ​ພື້ນ ແລະ ສາ​ກົນ, ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສື່​​ມວນ​ຊົນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສ່ອງ​ແສງ​ແຈ້ງຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ແລະ ຢືດ​ໝັ້ນ ແລະ ເດັດ​ດຽວ​ໃນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ, ມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ພື້ນ​ຖານ, ຍາວ​ນານ​ໃຫ້​ແກ່​ບັນ​​ຫາ​ທະ​ເລ​ຕາ​ເວັນ​ອອກ, ຮັກ​ສາ​ຄວາມ​ສາ​ມັກ​ຄີ​ໃນ​ອາ​ຊຽນ.”


ຂ່າວ/ບົດ​ອື່ນ