ເພີ່ມພູນຄູນສ້າງ, ເສີມຂະຫຍາຍການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ

(VOVWORLD) -   ໂດຍໄດ້ຮັບຄຳເຊີນຂອງພັກ ແລະ ລັດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ  -ລາວ.


ຕອນບ່າຍວັນທີ 17 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ຕາມລຳດັບ. ທີ່ການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຊີ້ແຈ້ງຄວາມໝາຍແລະ ຄວາມສຳຄັນຂອງເລື່ອງ 2 ປະເທດສ້າງຕັ້ງການພົວພັນທາງການທູດ ແລະ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ 2 ຝ່າຍຈົ່ງຊີ້ນຳບັນດາກະຊວງ, ຂະແໜງການທ້ອງຖິ່ນ ເປັນເຈົ້າການ, ຕັ້ງໜ້າສົມທົບກັນແໜ້ນແຟ້ນ ເພື່ອຜັນຂະຫຍາຍຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ສະພາແຫ່ງຊາດ, 2 ລັດຖະບານຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ