ເພີ່ມສິດໃຫ້ແກ່ແມ່ຍິງ ແລະ ເດັກໃນ ອາຊຽນ

(VOVWORLD) - ກອງປະຊຸມສຳມະນາໄດ້ແນະນຳເປົ້າໝາຍ, ເນື້ອໃນ, ເປົ້າໝາຍເພື່ອແນະນຳການເພີ່ມສິດໃຫ້ແກ່ແມ່ຍິງ ແລະ ເດັກໃນ ອາຊຽນ
ເພີ່ມສິດໃຫ້ແກ່ແມ່ຍິງ ແລະ ເດັກໃນ ອາຊຽນ - ảnh 1(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາພາກພື້ນກ່ຽວກັບ “ການແນະນຳບັນດາປະເທດສະມາຊິກ ອາຊຽນ ເພີ່ມສິດໃຫ້ແກ່ແມ່ຍິງ ແລະ ເດັກ: ສະໜອງບັນດາການບໍລິການວຽກງານສັງຄົມມີຄຸນນະພາບສູງໃຫ້ແກ່ບັນດາຜູ້ມີຄວາມສ່ຽງ ຫຼື ຖືກຜົນສະທ້ອນຈາກການໃຊ້ຄວາມຮຸນແຮງ”.

        ກອງປະຊຸມສຳມະນານອນໃນຂອບເຂດແຜນການປະຕິບັດງານຂອງສະຫະສະມາຄົມອາຊີບວຽກງານສັງຄົມ ອາຊຽນ ໄລຍະ 2021  2025 ແລະ ແຜນການປະຕິບັດຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຊຸກຍູ້ວຽກງານສັງຄົມ ມຸ່ງໄປເຖິງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ກອງປະຊຸມສຳມະນາໄດ້ແນະນຳເປົ້າໝາຍ, ເນື້ອໃນ, ເປົ້າໝາຍເພື່ອແນະນຳການເພີ່ມສິດໃຫ້ແກ່ແມ່ຍິງ ແລະ ເດັກໃນ ອາຊຽນ ຜ່ານການສະໜອງບັນດາການບໍລິການວຽກງານສັງຄົມທີ່ມີຄຸນນະພາບສູງໃຫ້ແກ່ຜູ້ມີຄວາມສ່ຽງຖືກຜົນສະທ້ອນຍ້ອນການໃຊ້ຄວາມຮຸນແຮງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກໍ່ປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງໃນການນຳໃຊ້ ແລະ ຜັນຂະຫຍາຍແນະນຳ, ພ້ອມທັງແບ່ງປັນກ່ຽວກັບຕົວແບບດີເດັ່ນໃນການເຄື່ອນໄຫວວຽກງານສັງຄົມຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ