ເພື່ອນມິດສາກົນມີຄວາມມ່ວນຊື່ນຕໍ່ຄວາມເປັນເອກະລາດຂອງຊາດ ຫວຽດນາມ

ເພື່ອນມິດສາກົນມີຄວາມມ່ວນຊື່ນຕໍ່ຄວາມເປັນເອກະລາດຂອງຊາດ ຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ​ໄຊຊະນະ​ວັນ​ທີ 30/04/1975 ​​ເປັນ​ຂີດ​ໝາຍທີ່​ສະຫງ່າ​ລາສີ​ໃນ​ປະຫວັດ​ສາດ​ແຫ່ງການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ຂອງ​ຊາດ ຫວຽດນາມ. ນັ້ນ​ແມ່ນ​ສັນຍາ​ລັກ​ທີ່​ສະຫວ່າງ​ສະ​ໄຫວຂອງ​ລັດທິ​ວິລະ​ຊົນ​ປະຕິວັດ ຫວຽດນາມ, ​ເປັນ​ຈຸດ​ຍອດສູງຂອງ​ກຳ​ລັງ​ແຮງ ​ແລະ ພູມ​ປັນຍາ​ຂອງ​ປະຊາຊົນ ຫວຽດນາມ. ການ​ຕໍ່ສູ້​ຕ້ານ ​ອາ​ເມ​ລິ​ກາ ຂອງ​ປະຊາຊົນ ຫວຽດນາມ, ພິ​ເສດ​ແມ່ນ​ຈິດ​ໃຈ​ຕໍ່ສູ້​ຢ່າງ​ອົງອາດ​ກະ​ຫານ ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ໂລກ. ທ່ານ Dieter Steiche, ​ອາຈານ​ສອນ​ສັງ​ກັດມະຫາວິທະຍາ​ໄລ Montreal, ປະ​ເທດ ກາ​ນາ​ດາ, ຜູ້​​ເຄີຍ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ ຕ້ານ​ສົງຄາມ ຢູ່ ຫວຽດນາມ​ ເມື່ອ​ເປັນ​ນັກ​ສຶກສາ​ໃຫ້​ຮູ້​ວ່າ

ຄາວ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສົງຄາມ​ຢູ່ ຫວຽດນາມ ​ເປັນ​ປະຈຳ. ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ບາດ​ເຈັບ​ລົ້ມ​ຕາຍ​ໃນ​ລາຍການ​ຂ່າວ​ເວລາ 6 ​ໂມ​ງ. ຊາວ ຫວຽດນາມ ຫຼາຍ​ຄົນ​ໄດ້​ເສຍສະຫຼະ​ເລືອດ​ເນື້ອ ​ແລະ ທັງ​ຊາວ ອາ​ເມ​ລິ​ກາ ຜູ້​ຍັງໜຸ່ມ​ແໜ້ນ​ຫຼາຍ​ຄົນ ​ໄດ້​ເສຍ​ສະຫຼະ​ຢູ່​ສະໜາມຮົບ. ຂ້າພະ​ເຈົ້າ​ກໍ່​ໄດ້​ເຫັນ​ການ​ພັງ​ທະລາຍ​ຂອງ​ອຳນາດ​ການ​ປົກຄອງຫຸ່ນ ​ໄຊ​ງອນ ​ແລະ ປະ​ເທດ ຫວຽດນາມ ​ໄດ້​ໂຮມ​ເຂົ້າ​ກັນ​ເປັນ​ປຶກ 1 ​ແຜ່ນ​ດຽວ. ດີ​ຫຼາຍ​ເມື່ອ​ເຫັນວ່າພາກ​ເໜືອ ​ແລະ ພາກ​ໃຕ້​​​ໄດ້​ໂຮມ​ເຂົ້າ​ກັນເປັນ​ເອກະ​ພາບ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່ານັ້ນ​ແມ່ນ​ສິ່ງ​ຄວນ​ເກີດ​ຂຶ້ນ ​ແລະ ທະຫານ ອາ​ເມ​ລິ​ກາ ບໍ່​ຄວນ​ແຊກ​​ແຊງ​ເຂົ້າ​ສິ່ງ​ດັ່ງກ່າວ

ເພື່ອນມິດສາກົນມີຄວາມມ່ວນຊື່ນຕໍ່ຄວາມເປັນເອກະລາດຂອງຊາດ ຫວຽດນາມ - ảnh 2
ພາບ​ປະ​ກອບ

ເນື່ອງ​ໃນ​ໂອກາດ​ໄດ້​ກັບ​ຄືນ​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ຊຸມ​ວັນ​ຕົ້ນ​ປີ 2013, ສັງ​ຄະລາ​ດ Thomas J. Gumbleton, ​ເຊິ່ງ​ແມ່ນ​ຜູ້​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ສະໜັບ​ສະ​ໜູນ​ຜູ້​ປະສົບ​ເຄາະ​ ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ, ​ໄດ້​ຫວນ​ຄືນ​ຊຸມ​ວັນ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວຕ້ານ​ສົງຄາມ​ຂອງ ອາ​ເມ​ລິກາ ຢູ່ ຫວຽດນາມ, ​ໃຫ້​ຮູ້​ວ່າ:

ປະ​ເທດ ຫວຽດນາມ, ປະຊາຊົນ ຫວຽດນາມ ​ໄດ້​ຕໍ່ສູ້​ຢ່າງ​ຍາວ​ນານ​​ເພື່ອ​ຍາດ​ເອົາ​ເອກະລາດ​ຂອງ​ຕົນ. ສຸດ​ທ້າຍ​ພວກ​ເພື່ອນ​ກໍ່​ຍາດໄດ້​ເອກະລາດ, ​ເຊິ່ງ​ແມ່ນ​ສິ່ງ​ທີ່​ພວກ​ເພື່ອນສາມາດ​ຍາດໄດ້​ພາຍຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ເມື່ອ​ທະຫານ ຝຣັ່ງ ​ໄດ້​ອອກ​ຈາກ ຫວຽດນາມ ​ເມື່ອ​ປີ 1945. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະ​ເທດ ອາ​ເມ​ລິ​ການ ​ໄດ້​​ເຂົ້າມາ​ຮຸກ​ຮານ ຫວຽດນາມ ​ແລະ ປະຊາຊົນ ຫວຽດນາມ​ຕ້ອງ​ສືບຕໍ່ຕໍ່ສູ້. ສຸດ​ທ້າຍ, ​ເມື່ອ​ປີ 1975, ສົງຄາ​ມ ​ໄດ້​ສິ້ນ​ສຸດ​ລົງ ​ແລະ ຫວຽດນາມ ກາ​ຍ​ເປັນ​ປະ​ເທດ ​ເອກະລາດ, ​ເອກະ​ພາບ. ນີ້​ແມ່ນ​ສິ່ງ​ທີ່​​ເປັນ​ໜ້າ​ເຊີດ​ຊູ​ທີ່​ສຸດ.”

​ໂດຍ​ໄດ້​ດຳລົງ​ຊີວິດ ​ແລະ ທຳ​ການຕໍ່ສູ້​ຮ່ວມກັບ​ປະຊາຊົນ ຫວຽດນາມ ​ໃນ​ຊຸມ​ວັນ​ເດືອນ​ປີ​ສົງຄາມ​ຢ່າງ​ດຸ​ເດືອດ​ຍັງ​ມີເພື່ອ​ນມິດ, ສະຫາຍ ​ໄຊ​ວຽດ, ​ໂປ​ໂລ​ຍ, ອິນ​ເດຍ.​.​.​ ບັນດາ​ອະນຸສອນກ່ຽວ​ກັບ​ວັນ​ທີ 30/04/1975 ປະຫວັດສາດ ຍາມ​ໃດ​ກໍ່​ແມ່ນ​ຄວາມ​ຊົງ​ຈຳ​ທີ່​ດີງາມສຳລັບ​ທ່ານ Wasclaws, ນັກ​ຊ່ຽວຊານ​ການ​ທະຫານ ​ໂປ​ໂລ​ຍ ທ່ານເວົ້າ​ວ່າ:

ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ບັນດາ​ໃບ​ໜ້າ​ທີ່ ຍິມ​ແຍງ​ແຈ່ມໄສຂອງ​ປະຊາຊົນ ​ໄຊ​ງອນ. ​ເຂົາ​ເຈົ້າ​ມີ​ຄວາມ​ຕຶ້ນຕັນ​ໃຈ​ເມື່ອ​ຕ້ອນຮັບ​ກອງທະຫານ​ປົດ​ປ່ອຍ. ​ຢູ່​ບັນ​ດາຕຶກ​ອາຄານ​ຕາມ​ຖະໜົນ​ສາຍ​ຕ່າງໆ​ລ້ວນ​ແຕ່​​ເຕັ້ມ​ໄປ​ດ້ວຍ​ທຸງ​ແດງ​ດາວ​ຄຳ​ຂອງ​ທະຫານ​ປົດ​ປ່ອຍ. ປະຊາຊົນ ​ໄຊ​ງອນ ​ໄດ້​ພາກັນ​ຫຼັງ​ໄຫຼ​ອອກ​ສູ່ຖະໜົນ​ສາຍ​ຕ່າງໆ​ເພື່ອ​ຕ້ອນຮັບ​ທະຫານ​ປົດ​ປ່ອຍ

ຂ່າວ/ບົດ​ອື່ນ