ເມັກຊິກໂກກະກຽມໃຫ້ກໍລະນີອາເມລິກາ,ການາດາເຈລະຈາ NAFTA ຖືບໍ່ສຳເລັດ

(VOVWORLD) - ວັນທີ 21 ກັນຍາ, ທ່ານປະທານາທິບໍດີເມັກຊິກໂກ ຄົນໃໝ່ Andres Manuel Lopez Obrador ຖະແຫຼງວ່າ

ເມັກຊິກໂກກະກຽມໃຫ້ກໍລະນີອາເມລິກາ,ການາດາເຈລະຈາ NAFTA ຖືບໍ່ສຳເລັດ - ảnh 1

ທ່ານປະທານາທິບໍດີເມັກຊິກໂກ ຄົນໃໝ່ Andres Manuel Lopez Obrador 

(ພາບປະກອບ: AFP TTXVN)

ປະເທດນີ້ຈະຊອກຫາຂໍ້ຕົກລົງດ້ານການຄ້າ 2 ຝ່າຍຕ່າງຫາກກັບການາດາ ໃນກໍລະນີບັນດາການເຈລະຈາສັນຍາການຄ້າເສລີອາເມລິກາເໜືອ (NAFTA) ລະຫວ່າງ ວໍຊິງຕັນ ແລະ Ottawa ບໍ່ບັນລຸໝາກຜົນ.

        ກ່າວຄຳເຫັນຢູ່ລັດທາງພາກໃຕ້ Sonora, ທ່ານ Obrador ໄດ້ຢືນຢັນຄືນໃໝ່ຄວາມປາດຖະໜາຂອງເມັກຊິກໂກ ແມ່ນຮັກສາສັນຍາ NAFTA ຄືດັ່ງຂໍ້ຕົກລົງການຄ້າ 3 ຝ່າຍລະຫວ່າງອາເມລິກາ, ເມັກຊິກໂກ ແລະ ການາດາ. ເຖິງຢ່າງໃດກໍ່ຕາມ, ໃນກໍລະນີບໍ່ສາມາດບັນລຸໄດ້, ເມັກຊິກໂກ ຈະຮັກສາສັນຍາ NAFTA ກັບອາເມລິກາ ແລະ ຊອກຫາຂໍ້ຕົກລົງທີ່ຄ້າຍຄືກັນກັບການາດາ. ການນຳຜູ້ນີ້ໄດ້ຢືນຢັນວ່າ, ເມັກຊິກໂກ ຈະບໍ່ຕັດຂາດການພົວພັນບໍ່ວ່າກັບຝ່າຍໃດ.

ຕອບກັບ

ຂ່າວ/ບົດ​ອື່ນ