ເຢຍລະມັນ ສະເໜີ ຝຣັ່ງ ມອບສົ່ງກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ ເອີຣົບ

(VOVWORLD) - ວັນທີ 28 ພະຈິກ, ທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນ ເຢຍລະມັນ Olaf Scholz ໄດ້ຍົກອອກຂໍ້ສະເໜີວ່າ 

ຝຣັ່ງ ຄວນມອບສົ່ງກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ເປັນອົງການຕາງໜ້າໃຫ້ສະຫະພາບ ເອີຣົບ (ອີຢູ) ແນໃສ່ຊ່ວຍກຸ່ມນີ້ ມີສຽງເວົ້າລວມໃນເວທີສາກົນ.

        ທ່ານ Olaf Scholz ຊີ້ແຈ້ງວ່າ: ຝຣັ່ງ ອາດຈະກາຍເປັນເອກອັກຄະລັດຖະທູດປະຈຳຂອງ ອີຢູ ຢູ່ ສະຫະປະຊາຊາດ ຖ້າຫາກ Paris “ມອບສົ່ງ” ສິດອຳນາດຢູ່ສະພາຄວາມໝັ້ນຄົງໃຫ້ ເອີຣົບ. ທ່ານ Olaf Scholz ຖືວ່າ: ບັນຫານີ້ ຄວນໃຊ້ເວລາ ເພືຶ່ອເກ້ຍກ່ອມ Paris, ແຕ່ວ່າ ນີ້ແມ່ນການກະທຳ “ກ້າຫານ ແລະ ສະຫລາດຫຼັກແຫຼມ”.

        ປັດຈຸບັນ, ຝຣັ່ງ ແມ່ນໜຶ່ງໃນ 5 ສະມາຊິກປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ນັບແຕ່ເມື່ອອົງການນີ້ ໄດ້ຮັບການສ້າງຕັ້ງໃນປີ 1945.

ຕອບກັບ

ຂ່າວ/ບົດ​ອື່ນ