ເຢຍລະມັນແມ່ນສະຖານທີ່ທາງຜ່ານສິນຄ້າຫວຽດນາມໄປຍັງອີຢູ

ເຢຍລະມັນແມ່ນສະຖານທີ່ທາງຜ່ານສິນຄ້າຫວຽດນາມໄປຍັງອີຢູ - ảnh 1
​ພາບ​ປະ​ກອບ:internet

(vovworld)-​ກອງ​ປະ​ຊຸມ​ສຳ​ມະ​ນາ “ເຢຍ​ລະ​ມັນ - ຕະ​ຫລາດ​ທີ່​ດູດດື່ມ​​ສຳ​ລັບບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຫວຽດ​ນາມ” ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/9 ຢູ່ ຮ່າ​ໂນ້ຍ ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ສົມ​ທົບ​ກັບ​ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເຢຍ​ລະ​ມັນ ປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ບູ່ຍ​ຮູຍ​ເຊີນ, ຫົວ​ຫ​ນ້າ​ກົມ​ສົ່ງ​ເສີມ​ການ​ຄ້າຖື​ວ່າ:

        “ໂຄງ​ປະ​ກອບ​ຂອງ​ການ​ເຄື່ອນ​ໄຫວ​ຂາ​ອ​ອກ​ຂາ​ເຂົ້າ, ການ​ພົວ​ພັນ​ດ້ານ​ການ​ຄ້າຕິດ​ພັນ​ກັບ​ການ​ພົວ​ພັນ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ. ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່ຫວຽດ​ນາມ ສົ່ງໄປ​ຂາຍ​ຢູ່​ເຢຍ​ລະ​ມັນ​ຄື: ໂທ​ລະ​ສັບ, ເຄື່ອງ​ອາ​ໄຫລ່, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ເກ​ີບ​ຫ​ນັງ, ສິນ​ໃນ​ນ້ຳ, ກາ​ເຟ. ສ່ວນ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ເຢຍ​ລະ​ມັນ​ຄື: ກົນ​ຈັກ​ອຸ​ປະ​ກອນ, ເຄ​ມີ ແລະ ບ​ັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ສູງ.”

 

ຂ່າວ/ບົດ​ອື່ນ