ເລຂາການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ

ເລຂາການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງລ້າງເຊີນ - ảnh 1


ທ່ານ ເລຂາ​ການ​ໃຫຍ່​ຫງວຽນ​ຟູ໋ຈ້ອງເຮັດວຽກກັບຄະນະພັກ ແລະ ປະຊາຊົນຕາແສງຈີລັງ
(ພາບ: qdnd.vn)

(vovworld) - ​ເມື່ອເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ລ້າງ​ເຊີນ ​ໃນ​ວັນ​ທີ 22/4, ທ່ານ ເລຂາ​ການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ​ໄດ້​ຍ້ອງຍໍ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​​ແຂວງ​ລ້າງ​ເຊີນ ​ໃນ 5 ປີຜ່ານມາ. ທ່ານ ເລຂາ​ການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຖື​ວ່າ, ​ໃນ​ເງື່ອນ​ໄຂ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລ້າງ​ເຊີນ ​ຍັງ​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ​ແລະ ພວມ​ມີ​ທິດ​ທາງ​ໃຫ້​ແຂວງ​ໃນ​ໄລຍະ​ຈະ​ມາ​ເຖິງ. ປະຈຸ​ບັນ, ລ້າງ​ເຊີນ ​ຄວນ​ຕີ​ລາຄາ​ຄືນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ກວດກາ​ຄືນ​ແຜນ​ກຳນົດ, ​ແຜນການ, ​ເພື່ອ​ວາງ​ທິດ​ທາງ​ພັດທະນາ​ໄລຍະ​ຍາວ, ບໍ່​ພຽງ​ແຕ່ 5-10 ປີ​ຈະ​ມາ​ເຖິງ​ເທົ່າ​ນັ້ນ, ຫາກ​ໃຫ້​ທັງ​ອາຍຸ​ການ​ຕໍ່​ໄປ​ອີກ​ດ້ວຍ. ທ່ານ​ເລຂາທິການ​ໃຫຍ່​ຖື​ວ່າ, ຄວນ​ເລືອກ​ເຟັ້ນຂອດ​ບຸກທະລຸ ​ເພື່​ອປະຕິບັດ​ແຜນ​ນະ​ໂຍບາຍ​ພັດທະນາ​ຢ່າງຮອບດ້ານ, ໝັ້ນຄົງ. ສຸມ​ໃສ່​ພັດທະນາ​ເສດຖະກິດດ່ານ​ຊາຍ​ແດນ ​ແລະ ສືບ​ຕໍ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ສຳພັນ​ລະຫວ່າງເຂດ, ຮ່ວມ​ມື​ກັບ​ທ້ອງ​ຖີ່​ນອື່ນໆ​ເພື່ອ​​ເພີ່​ມ​ເຕີມ, ໜູນ​ຊ່ວຍ​ໃຫ້​ກັນ.

        ທ່ານ ເລຂາ​ການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ແຂວງ​ລ້າງ​ເຊີນ ​ຄວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ການ​ຕ່າງປະ​ເທດ,​ ສ້າງ​ຄວາມ​ມິດຕະພາບ​ກັບ​ທ້ອງ​ຖີ່​ນຕ່າງໆ​ຂອງ​ຈີນ, ປະກອບສ່ວນ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

​       

 

ຂ່າວ/ບົດ​ອື່ນ